spot_img
Homeຂ່າວທ້ອງຖິ່ນທ່ານເຈົ້າຄອງລົງຢ້ຽມຢາມ ພື້ນຖານເສດຖະກິດເມືອງຫາດຊາຍຟອງ

ທ່ານເຈົ້າຄອງລົງຢ້ຽມຢາມ ພື້ນຖານເສດຖະກິດເມືອງຫາດຊາຍຟອງ

Published on

20141215130934

 

ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ທ່ານຮອງ​ເຈົ້າ​ຄອງ ແລະ ຄະນະ ໄດ້

ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ພື້ນຖານເສດຖະກິດ ເປັນຕົ້ນ ດ່ານ​ພາສີທ້ອງຖິ່ນ​ທ່າ​ເດື່ອ ແລະ ໂຄງການເຂດ​ເສດຖະ

ກິດ​ສະເພາະ​ດົງ​ໂພ​ສີ ຢູ່​ເມືອງ​ຫາດ​ຊາຍ​ຟອງ ໃນ​ວັນ​ທີ 13 ທັນວາ 2014 ໂດຍ​ໃຫ້ການຕ້ອນຮັບ​ຂອງ​ທ່ານ ບຸນ​

ທາມພຸດທະ​ວົງສາ ເຈົ້າເມືອງ​ຫາດ​ຊາຍຟອງ ພ້ອມ​ດ້ວຍ​ຄະນະ.

 

ການ​ລົງ​ຢ້ຽມຢາມ​ເມືອງ​ຫາດຟອງ​ຄັ້ງ​ນີ້ ທ່ານ​ເຈົ້າ​ຄອງ​ນະຄອນ​ຫຼວງ ກໍ່​ໄດ້​ຮັບ​ຟັງ​ການ​ລາຍງານ​ສະພາບ​ການ

ເຄື່ອນໄຫວ ວຽກ​ງານ​ຂອງ​ດ່ານ​ພາສີ​ທ້ອງຖິ່ນທ່າ​ເດື່ອ ໃນ​ດ້ານ​ການຈັດຕັ້ງ ຈຳນວນ​ພົນລະບົບ​ດ້ານ​ການເມືອງ

-ແນວ​ຄິດ​ຂອງ​ພະນັກງານ ດ້ານ​ວຽກ​ງານ​ວິຊາ​ສະເພາະ​ລວມ​ທັງ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ ສົກ​ປີ 2013

-2014 ແລະ ແຜນ​ເກັບ​ລາຍ​ຮັບ​ສົກ​ປີ 2014-2015 ປະເພດ​ສິນຄ້າ ເຄື່ອງ​ຂອງ​ທີ່​ນຳ​ເສຍ​ພາສີ ເປັນຕົ້ນ​ເຄື່ອງອຸ

​​ປະ​ໂພກ-ບໍລິໂພກ ກໍ່​ຄືບັນ​ຫາ​ທີ່​ສະດວກ ແລະ ຂໍ້​ຫຍຸ້ງຍາກ​ຢູ່​ພາຍ​ໃນ​ດ່ານ​ໃນໄລຍະ​ຜ່ານ​ມາ ແລະ ໄດ້​ສະເໜີ

ແຜນ​ກໍ່ສ້າງ​ສ້ອມແປງ​ໃນ​ບໍລິເວນ​ບາງ​ຈຸດ ໂດຍ​ສະເພາະລະບົບຂາ​ເຂົ້າ-ຂາ​ອອກ ແລະ ບ່ອນເກັບ​ຄ່າ​ທຳນຽມ.

 

ຜ່ານ​ການ​ຮັບ​ຟັງ​ການ​ລາຍງານ​ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ ກໍ່​ໄດ້​ສະແດງ​ຄວາມ​ຊົມເຊີຍ​ມາຍັງ​ອຳນາດ​ການ​ປົກ

ຄອງ​ເມືອງ ແລະ ພະນັກງານ​ຮັບຜິດຊອບດ່ານ ທີ່​ເຮັດ​ສຳເລັດ​ໜ້າ​ວຽກງານ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ນັ້ນ ທ່ານ​ຍັງ

​ໄດ້​ເນັ້ນ​ຕື່ມ​ບາງ​ດ້ານ ​ເປັນຕົ້ນ​ໃຫ້​ດ່ານ​ພາສີ​ທ້ອງຖິ່ນ​ທ່າ​ເດື່ອ ເອົາໃຈໃສ່​ບັນຫາ​ຄວາມ​ສະຫງົບປອດ​ໄພ ຄວາມ

​ສະດວກ​ໃນ​ການໄປມາຫາສູ່​ຂອງ​ປະຊາຊົນ ຕ້ອງພັດທະນາ​ດ່ານ​ໂດຍ​ມອບ​ໃຫ້ເມືອງ​ເປັນ​ຜູ້​ຄົ້ນຄວ້າ ​ສ້າງ​ແຜນ

ຫາ​ທຶນຮອນ​ເພື່ອ​ມາ​ປັບປຸງ​ດ່ານ ແລະ ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ​ໃນເມືອງ ແລະ ປະເທດ​ໃກ້​ຄຽງ ເພື່ອ​ສ້າງ​ໃຫ້​ມີ​

ລາຍ​ຮັບ ແລະ ສົ່ງເສີມ​ສິນຄ້າ​ຕ້ອງ​ຜະລິດ​ໃຫ້​ມີ​ສິນຄ້າ​ຂາ​ອອກ ມີ​ວິທີ​ການ​ຊອກ​ຫາແຫຼ່ງ​ຕະຫຼາດ​ ເພື່ອ​ສົ່ງ​ອອກ

​ສິນຄ້າ​ຕອບ​ສະໜອງ​ໃຫ້​ຫຼາຍ​ຂຶ້ນ.

 

ຕອນ​ທ້າຍ​ທ່ານ​ເຈົ້າ​ຄອງ​ນະຄອນ​ຫຼວງ ພ້ອມ​ຄະນະ ​ຍັງ​ໄດ້​ໄປຢ້ຽມ​ເບິ່ງ​ໂຄງການ​ກໍ່ສ້າງ​ເຂດເສດຖະກິດ​ສະເພາະ

​ດົງ​ໂພ​ສີ UPL ລາວ ຈຳກັດ ໂດຍ​ການຕ້ອນຮັບ​ຂອງ​ທ່ານ ສຸບັນ ຈຸນ​ລາຊາ ປະທານ​ສະພາ​ບໍລິຫານ​ເຂດເສດຖະ

ກິດ​ສະເພາະ​ດົງ​ໂພ​ສີ ມີທ່ານ ທັນ​ໄຕ​ຫິງ (Than Tai Hinh) ທູດ​ມາ​ເລ​ເຊຍ​ປະຈຳ ​ສປປ ລາວ ສຳລັບ​ໂຄງການ​ດັ່ງ

ກ່າວ ເປັນ​ໂຄງການ​ລົງທຶນ​ຂອງ​ປະເທດມາ​ເລ​ເຊຍ ໂດຍ​ມີ​ຈຸດປະສົງ​ໃນການ​ພັດທະນາ​ເຂດ​ດັ່ງກ່າວ​ ໃຫ້ເປັນ​ເຂດ

​ການ​ຄ້າ​ການ​ບໍລິການ ແລະ ມີ​ກິດຈະການ​ຕ່າງໆ​ຫຼາຍກວ່າ 10 ປະເພດ ເຊັ່ນ: ຮ້ານ​ຄ້າປອດ​ພາສີ ສູນ​ວາງສະແດງ

​ສິນຄ້າ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ ທະນາຄານ ໂຮງແຮມ ໂຮງໝໍ ແລະ ອື່ນໆ ເຊິ່ງ​ທ່ານ​ເຈົ້າຄອງ​ນະຄອນຫຼວງ

ກໍ່​ໄດ້​ເນັ້ນ​ໃຫ້ໂຄງການ​ເອົາໃຈໃສ່ 3 ບັນຫາຕົ້ນຕໍ ໂຄງການ​ມີ​ຄວາມ​ຫຼ້າ​ຊ້າ ບໍ່​ຄືບ​ໜ້າ ໃຫ້​ເລັ່ງ​ລັດ​ເພື່ອ​ເຮັດ​ໃຫ້ໂຄງ

ການ​ມີ​ການ​ພັດທະນາ​ທັນສະໄໝ ສີວິໄລ ບໍ່​ໃຫ້​ມີ​ການ​ກົດໜ່ວງ​ທ່ວງ​ດຶງ ຕ້ອງ​ມີ​ການ​ປະສານ​ງານ​ກັບ​ພາກສ່ວນ

​ຕ່າງໆ​ທີ່ກ່ຽວຂ້ອງ ແລະ ອຳນວຍ​ຄວາມສະດວກ​ສະບາຍ​ຢ່າງ​ຄົບ​ຖ້ວນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...