Homeຂ່າວກິລານັກກີລາຍິງປືນລາວ ຄວ້າ 5 ລາງວັນ ການແຂ່ງຂັນປືນສັ້ນສິນລະປະຍຸດ ລະດັບ 2 ທີ່ປະເທດໄທ

ນັກກີລາຍິງປືນລາວ ຄວ້າ 5 ລາງວັນ ການແຂ່ງຂັນປືນສັ້ນສິນລະປະຍຸດ ລະດັບ 2 ທີ່ປະເທດໄທ

Published on

ການແຂ່ງຂັນປືນສັ້ນສິນລະປະຍຸດ ລະດັບ 2 ຈັດຂຶ້ນໃນວັນທີ 12 ຕຸລາ ທີ່ຜ່ານມາ, ຢູ່ຈັງຫວັດຂອນແກ່ນ ປະເທດໄທ ມີນັກກີລາເຂົ້າຮ່ວມທັງໝົດ 72 ຄົນ. ໃນນັ້ນ, ມີນັກກີລາລາວເຂົ້າ ຮ່ວມ 3 ຄົນ ຍິງ 2 ຄົນ.

May be an image of 5 people and text

May be an image of 2 people, people smiling and text

ສຳລັບຜົນການແຂ່ງຂັນ ນັກກິລາລາວ ສາມາດຍາດໄດ້ 5 ລາງວັນຄື: ນາງ ກົງຄຳ ບົວແສງພະຈັນ ລົງແຂ່ງຂັນປະເພດສະແຕນດາດ (Standard) ໄດ້ທີ 3 ຄລາສດີ (Class D) ແລະ ໄດ້ທີ 1 ເລດີ້, (Lady), ທ້າວ ສຸພົນສາ ນິຍົມ ລົງແຂ່ງຂັນປະເພດໂປຣດັກຊັ່ນ (Production) ໄດ້ທີ 3 ໂອເວີອໍ (Overall) ແລະ ໄດ້ທີ 1 ຄລາສເອ (Class A) ແລະ ນາງ ມະນີບົດ ວົງໄຊ ລົງແຂ່ງຂັນປະເພດໂປຣດັກຊັ່ນ ໄດ້ທີ 1 ເລດີ້ (Lady).

ຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...