Homeຂ່າວພາຍ​ໃນກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ໄດ້ຮັບຮອງເອົາຖະແຫຼງການຜູ້ນໍາອາຊຽນ-ອາເມຣິກາ

ກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ໄດ້ຮັບຮອງເອົາຖະແຫຼງການຜູ້ນໍາອາຊຽນ-ອາເມຣິກາ

Published on

ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມຣິກາ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 11 ຕຸລານີ້ ທີ່ ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ແອນໂທນີ ບລິງເກັນ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ ແລະ ນາຍົກລັດຖະມົນຕີ ຕີມໍແລັສເຕເຂົ້າຮ່ວມໃນນາມຜູ້ສັງເກດການ.

May be an image of dais and text

ກອງປະຊຸມໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສະຫະລັດອາເມຣິກາ ໂດຍສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສະຫະລັດອາເມຣິກາຮ່ວມມືກັນ, ເພື່ອນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນຂອງສອງພາກພື້ນ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອາເມຣິກາຕະຫຼອດໄລຍະ 47 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.

May be an image of 3 people and text

ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ສປປ ລາວ ໄດ້ຊຸກຍູ້ໃຫ້ສະຫະລັດອາເມຣິກາສືບຕໍ່ສະໜັບສະໜູນອາຊຽນໃນຂົງເຂດທີ່ສໍາຄັນ ເປັນຕົ້ນແມ່ນການຄ້າ-ການລົງທຶນ, ສາທະລະນະສຸກ, ພະລັງງານທີ່ສະອາດ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການແລກປ່ຽນດ້ານການສຶກສາ ແລະ ວັດທະນະທໍາ, ການສະໜອງທຶນຝຶກອົບຮົມໃນໄລຍະສັ້ນ ແລະ ຍາວ ແລະ ການສົ່ງເສີມໂຄງການພັດທະນາດ້ານສີມືແຮງງານໃນຂະແໜງການເຕັກໂນໂລຊີທີ່ທັນສະໃໝ, ດ້ານນະວັດຕະກໍາ ກໍຄື ປັນຍາປະດິດ ແລະ ດ້ານອື່ນໆ.

May be an image of 8 people, crowd and text

ໃນໂອກາດນີ້, ກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ໄດ້ຮັບຮອງເອົາຖະແຫຼງການຜູ້ນໍາອາຊຽນ-ອາເມຣິກາ ວ່າດ້ວຍປັນຍາປະດິດທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້.
ສະຫະລັດອາເມຣິກາ ເປັນຄູ່ເຈລະຈາທີ່ສໍາຄັນຂອງອາຊຽນທີ່ມີການຮ່ວມມືອັນຍາວນານ. ອາຊຽນ ແລະ ສະຫະລັດອາເມຣິກາໄດ້ສ້າງຕັ້ງສາຍພົວພັນໃນປີ 1977, ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດໃນປີ 2015 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2022.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...