spot_img
Homeຂ່າວພາຍ​ໃນເມືອງຊຳເໜືອແຈ້ງໂຈະການຈັດງານບຸນປະເພນີຊ່ວງເຮືອ ແລະ ໄຫຼເຮືອໄຟ ປະຈໍາປີ 2024

ເມືອງຊຳເໜືອແຈ້ງໂຈະການຈັດງານບຸນປະເພນີຊ່ວງເຮືອ ແລະ ໄຫຼເຮືອໄຟ ປະຈໍາປີ 2024

Published on

ແຈ້ງການຂອງຫ້ອງວ່າການແຂວງຫົວພັນ ສະບັບເລກທີ 875/ຫວຂຫພ ລົງວັນທີ 9 ຕຸລາ 2024. ອິງຕາມ: ຜົນເສຍຫາຍຂອງໄພພິບັດ ຄັ້ງວັນທີ 22 ກັນຍາ 2024.

ເຈົ້າເມືອງຊໍາເຫນືອ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງບັນດາທ່ານ ແລະ ການຈັດຕັ້ງທຸກພາກສ່ວນຮັບຊາບວ່າ: ເຫັນດີ ໃຫ້ໂຈະການຈັດງານບຸນປະເພນີຊ່ວງເຮືອ ແລະ ໄຫຼເຮືອໄຟ ປະຈໍາປີ 2024 ຢູ່ເມືອງຊໍາເຫນືອ, ເນື່ອງຈາກວ່າ ເມືອງຊໍາເຫນືອ ພວກເຮົາໄດ້ປະສົບໄພພິບັດທາງທໍາມະຊາດຄັ້ງຮ້າຍແຮງ ເປັນປະຫວັດສາດຂອງເມືອງຊໍາເຫນືອ ໃນມື້ວັນທີ 22 ກັນຍາ 2024 ເຊິ່ງເຮັດໃຫ້ ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ແລະ ສະຖານທີ່ຈັດງານບຸນ ມີການເປ່ເພ ບໍ່ສາມາດຮອງຮັບໃນການຈັດງານນີ້ໄດ້.
ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບດ້ວຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...