Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ລາວ-ກຳປູເຈຍ ປຶກສາຫາລືການຮ່ວມມືສອງຊາດ

ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ປຶກສາຫາລືການຮ່ວມມືສອງຊາດ

Published on

ວັນທີ 8 ຕຸລາ 2024, ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳ ປູເຈຍ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ ສປປ ລາວ.

May be an image of 10 people and text

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ ສປປ ລາວ ຄັ້ງນີ້, ເຊິ່ງຈະເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະ ການ ແລະ ທັງເປັນການຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດໃຫ້ມີຄວາມເຂັ້ມແຂງ ແລະ ມີຜົນສໍາເລັດເປັນກ້າວໆ.

May be an image of 5 people and text

ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນກ່ຽວກັບ ການພົວພັນຮ່ວມມືສອງຝ່າຍດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືດ້ານການເມືອງ, ດ້ານວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ- ການຄ້າ ແລະ ການທ່ອງທ່ຽວ, ດ້ານການເງິນ, ພະລັງງານ, ຄົມມະ ນາຄົມ ແລະ ຂົນສົ່ງ, ການສຶກສາ ແລະ ວຽກງານຊາຍແດນ. ສົ່ງ ເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຮ່ວມກັນ ກໍຄື ການສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດຂອງສອງປະເທດ ໃຫ້ສາມາດແລກປ່ຽນບົດຮຽນ ແລະ ເຮັດທຸລະກິດຮ່ວມກັນ.

May be an image of 6 people

ໃນໂອກາດດຽວກັນ, ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ຄະນະຜູ້ແທນຂັ້ນສູງຂອງ ຣາຊະອານາຈັກ ກໍາປູເຈຍ ໃນການເຂົ້າຮ່ວມກອງປະຊຸມສຸດອາຊຽນຄັ້ງນີ້, ພ້ອມທັງໄດ້ອວຍພອນໃຫ້ ສປປ ລາວ ປະສົບຜົນສໍາເລັດ ໃນການເປັນເຈົ້າພາບອາຊຽນ ປີ 2024 ຢ່າງຈົບງາມ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...