Homeຂ່າວພາຍ​ໃນລາວ-ໄທ ລົງນາມເອກະສານຮ່ວມມືສອງຝ່າຍຫຼາຍສະບັບ

ລາວ-ໄທ ລົງນາມເອກະສານຮ່ວມມືສອງຝ່າຍຫຼາຍສະບັບ

Published on

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8 ຕຸລາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື: ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງຊາດ ລາວ-ໄທ.

May be an image of 2 people

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ສໍານັກງານນາຍົກລັດຖະມົນຕີ ໃນຕອນບ່າຍຂອງວັນທີ 8 ຕຸລາ 2024. ຫຼັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ-ໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ກໍໄດ້ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາສະພາບການພົວພັນຮ່ວມມື ລາວ-ໄທ ໃນດ້ານຕ່າງໆ, ພ້ອມທັງກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ການແກ້ໄຂບັນຫາຢາເສບຕິດ ແລະ ການໂຈນລະກໍາທາງໄຊເບີ, ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ, ການແກ້ໄຂບັນຫາໝອກຄວັນຂ້າມແດນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ, ການຮ່ວມມືເພື່ອການພັດທະນາ, ການຮ່ວມມືດ້ານແຮງງານ ແລະ ອື່ນໆ.

May be an image of 5 people

ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 06 ສະບັບ ຄື: 1) ບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານການບໍລິຫານຈັດການຊັບ ພະຍາກອນນໍ້າ ແບບບູລະນາການ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ສໍານັກງານຊັບພະຍາກອນແຫ່ງຊາດ ຣາຊະອານາຈັກໄທ; 2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງຕັ້ງແຂວງມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ; 3) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະ ຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສໍານັກງານຄະນະ ກໍາມະການຂ້າຣາຊະການພົນລະເຮືອນ ແຫ່ງ ຣາຊະອານາຈັກໄທ.

May be an image of 4 people and dais

4) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກົມການຄ້າພາຍໃນ, ກະຊວງການຄ້າ ແຫ່ງ ຣາຊະອານາຈັກໄທ ພາຍໃຕ້ໂຄງການຮ່ວມມືການຊ່ວຍເຫຼືອທາງດ້ານວິຊາການດ້ານເຕັກນິກ ລະຫວ່າງໜ່ວຍງານວັດແທກທາງດ້ານກົດໝາຍ ສປປ ລາວ ກັບ ຣາຊະອານາຈັກໄທ; 5) ສັນຍາ ກ່ຽວກັບການດໍາເນີນການທາງດ້ານເຕັກນິກ ສໍາລັບການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ; ແລະ 6) ໜັງສືສະແດງເຈດຈໍານົງ ວ່າດ້ວຍ ການເສີມແຮງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ລະຫວ່າງ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກົມທາງຫຼວງ, ກະຊວງຄົມມະນາຄົມ, ຣາຊະອານາຈັກໄທ.

May be an image of 2 people and text

ຫຼັງຈາກນັ້ນ, ກໍ່ໄດ້ມີພິທີ ມອບ-ຮັບ ຜົນການສຶກສາ ແລະ ລາຍລະອຽດການອອກແບບໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ, ຊຶ່ງເປັນກຽດມອບໂດຍ ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ເປັນກຽດຮັບໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ, ວສລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...