spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ປຶກສາຫຼາຍບັນຫາ ພ້ອມຮັບຮອງ 3 ເອກະສານສຳຄັນ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ປຶກສາຫຼາຍບັນຫາ ພ້ອມຮັບຮອງ 3 ເອກະສານສຳຄັນ

Published on

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ໄດ້ຈັດຂຶ້ນວັນທີ 8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ, ພ້ອມດ້ວຍບັນດາຜູ້ແທນອາຊຽນເຂົ້າຮ່ວມ.

อาจเป็นรูปภาพของ 8 คน และ ข้อความ

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຊາບ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການຈັດຕັ້ງປະຕິບັດ 9 ບູລິມະສິດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ແນໃສ່ສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນ, ເພື່ອໃຫ້ອາຊຽນສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ນຳໃຊ້ກາລະໂອກາດ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນອາຊຽນ ໃນທ່າມກາງສະພາບພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດ ທີ່ພວມຜັນແປຢ່າງສະຫຼັບຊັບຊ້ອນ.

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

ກອງປະຊຸມໃນຄັ້ງນີ້, ໄດ້ຍິນດີຕໍ່ຄວາມຄືບໜ້າຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະ ຊຸກຍູ້ໃຫ້ໜ່ວຍງານກ່ຽວຂ້ອງສໍາເລັດການສ້າງບັນດາແຜນຍຸດທະສາດດັ່ງກ່າວໃຫ້ສຳເລັດ ແລະ ສາມາດຮັບຮອງເອົາ ພ້ອມກັບວິໄສທັດປະຊາຄົມອາຊຽນ 2045 ໃນປີໜ້າ ພາຍໃຕ້ການເປັນປະທານຂອງມາເລເຊຍ, ນອກນີ້ຍັງໄດ້ປຶກສາຫາລື ແລະ ພິຈາລະນາ ກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ໂດຍບັນດາປະເທດນອກພາກພື້ນ.

อาจเป็นรูปภาพของ 4 คน และ ข้อความ

ໃນນີ້, ກອງປະຊຸມເຫັນດີຕໍ່ການສະໝັກເຂົ້າເປັນພາຄີ TAC ຂອງຮົງກາຣີ ແລະ ໄດ້ມອບໃຫ້ກອງເລຂາອາຊຽນດຳເນີນການປະເມີນການສະໜັກເຂົ້າເປັນພາຄີ TAC ຂອງໂປໂລຍ, ຣູມານີ ແລະ ອູຣູກວາຍ. ກອງປະຊຸມ ໄດ້ສະແດງຄວາມຍິນດີທີ່ລຸກຊໍາບວກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ແລະ ຫວັງວ່າອານເຊຣີ, ແຟງລັງ, ແອັດສະປາຍ, ແມັກຊິກ ແລະ ຮົງກາຣີ ຈະເຂົ້າເປັນພາຄີ TAC ໃນເວລາອັນໃກ້ນີ້.

อาจเป็นรูปภาพของ 11 คน, แท่นบรรยาย และ ข้อความ

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງ 3 ເອກະສານ ເພື່ອສຶບຕໍ່ສະເໜີໃຫ້ຜູ້ນໍາອາຊຽນພິຈາລະນາເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຄື: 1) ຖະແຫຼງການຜູ້ນຳອາຊຽນ ກ່ຽວກັບການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045; 2) ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນແກນກາງ ແລະ ມີຄວາມກຽມພ້ອມສຳລັບອະນາຄົດ; 3) ເອກະສານທົບທວນ ແລະ ຄຳຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...