spot_img
Homeຂ່າວພາຍ​ໃນຈັບພໍ່ຄ້າໃບກະທ້ອມ ພ້ອມຂອງກາງ 3 ກະສອບ ທີ່ດ່ານສາກົນວັງເຕົ່າ ຂ.ຈຳປາສັກ

ຈັບພໍ່ຄ້າໃບກະທ້ອມ ພ້ອມຂອງກາງ 3 ກະສອບ ທີ່ດ່ານສາກົນວັງເຕົ່າ ຂ.ຈຳປາສັກ

Published on

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນຄັ້ງວັນທີ 02 ຕຸລາ 2024 ເວລາປະມານ 20 ໂມງ 00 ນາທີ ເຈົ້າໜ້າທີ່ປະຈໍາດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໄດ້ກັກຜູ້ຖືກຫາ 01 ຄົນຊື່: ທ້າວ ພຸດທະໄຊ ພັນທະອາສາ ອາຍຸ 22 ປີ, ສັນຊາດລາວ, ຄ້າຂາຍ ຢູ່ບ້ານໂພນສະຫັວນ ນະຄອນປາກເຊ ແຂວງຈໍາປາສັກ ໃນຂໍ້ກ່າວຫາ: ມີພືດໃຫ້ສານເສບຕິດໄວ້ໃນຄອບຄອງ ພ້ອມເຄື່ອງຂອງກາງໃບກະທ້ອມຈຳນວນ 03 ກະສອບ (ເທົ່າກັບ 96 ກິໂລກຼາມ), ນໍ້າຢາດາທີຊິນ (ຈໍານວນ 600 ແກ້ວນ້ອຍ) ຢາສູບໄຟຟ້າ ຈໍານວນ 01 ຫຼອດ, ໄອແພັດ 01 ໜ່ວຍ, ເງິນກີບ 1.200.000 ກີບ(ໜຶ່ງລ້ານສອງແສນກີບ) ລົດກະບະຍີ່ຫໍ້ ເຊັບໂລເລັກ ສີຂາວ ປ້າຍທະບຽນ ກຂ 7325 (ຈໍາປາສັກ), ໂມງໃສ່ແຂນ ຈໍານວນ 01 ໜ່ວຍ.

May be an image of 1 person, car and text

ປະຈຸບັນຄະດີແມ່ນຢູ່ໃນຂັ້ນຕອນການດໍາເນີນ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...