Homeຂ່າວກິລາWIG NAGA ຄວ້າແຊັມລາຍການ The Flying Sports Elite ທີ່ ສປ ຈີນ

WIG NAGA ຄວ້າແຊັມລາຍການ The Flying Sports Elite ທີ່ ສປ ຈີນ

Published on

ທີມຫຼານນ້ອຍເຍົາວະຊົນລາວ WIG NAGA ສ້າງຜົນງານໂດດເດັ່ນຄວ້າແຊັມລາຍການ The Flying Sports Elite ທີ່ ສປ ຈີນ ໃນລະຫວ່າງວັນທີ ລະຫວ່າງວັນທີ 1-7 ຕຸລາ 2024, ໂດຍການແຂ່ງຂັນມີທີມເຂົ້າຮ່ວມ 36 ທີມ ແບ່ງເປັນ 6 ກຸ່ມ ແລະ ເອົາທີ 1 ຂອງແຕ່ລະກຸ່ມມາເຕະຮອບສຸດທ້າຍ ເຕະແບບລີກ ພົບກັນທຸກທີມແລ້ວເອົາທີມທີ່ມີແຕ້ມຫຼາຍທີ່ສຸດເປັນແຊ້ມ.

ສຳລັບການແຂ່ງຂັນໃນຮອບແບ່ງກຸ່ມທີມ WIG NAGA ສາມາດຊະນະທັງໝົດຜ່ານເຂົ້າໄປແຂ່ງຮອບສຸດທ້າຍອີກ 5 ນັດສຳລັບຜົນງານໃນຮອບສຸດທ້າຍ:
– ນັດທຳອິດ WIG NAGA 4-0 HIKICKKER
– ນັດທີມ 2 WIG NAGA 4-0 SHIJIAZHUANG
– ນັດທີ 3 WIG NAGA 9-1 TEANJIN
– ນັດທີ 4 WIG NAGA 5-1 BEIJING TIQIUZHE
– ນັດທີ 5 WIG NAGA 9-0 BEIJING PENGRUI

ເຮັດໃຫ້ມີ 15 ຄະແນນເຕັມຈາກ 5 ນັດໃນຮອບດິວິຊັນ 1 ຫຼື ຮອບ 6 ທີມສຸດທ້າຍ ທີ່ຊະນະລວດ ຄວ້າແຊ້ມໄປຄອງ. ສ່ວນລາງວັນນັກເຕະດີເດັ່ນ ແລະ ດາວຍິງສູງສຸດ ຕົກເປັນຂອງ ອານຸສັກ ວິໄລກຸນ ( ບຽວເກດ ) ຍິງໄປທັງໝົດ 17 ປະຕູ ແລະລາງວັນຜູ້ຮັກສາປະຕູດີເດັ່ນ ເປັນທາງດ້ານ ເຈົ້າຂຸນ ລົງສະໜາມ 10 ນັດ ເສຍ 3 ປະຕູ ເປັນນັກຮັບເສຍປະຕູໜ້ອຍທີ່ສຸດ ແລະ ບໍ່ເສຍປະຕູ 7 ເກມ.

ແຫຼ່ງຂ່າວ: WIG NAGA

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...