spot_img
Homeແຈ້ງການໂຈະການຈັດງານພິທີສະເຫຼີມສະຫຼອງວັນຄູ ໃນສະຖານສຶກສາ ແລະ ກິດຈະກຳຕ່າງໆໃນຂອບເຂດ ເມືອງໄຊເສດຖາ ນວ

ໂຈະການຈັດງານພິທີສະເຫຼີມສະຫຼອງວັນຄູ ໃນສະຖານສຶກສາ ແລະ ກິດຈະກຳຕ່າງໆໃນຂອບເຂດ ເມືອງໄຊເສດຖາ ນວ

Published on

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນອອກແຈ້ງການດ່ວນກ່ຽວກັບການໂຈະການຈັດງານພິທີສະເຫຼີມສະຫຼອງວັນຄູໃນສະຖານການສຶກສາ ແລະ ກິດຈະກໍາຂະບວນການຕ່າງໆໃນສະຖານການກິລາ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕາມຄໍາສັ່ງຂອງທ່ານຮອງເຈົ້ານະຄອນຫຼວງວຽງຈັນ ໄດ້ຖືກຈັດຕັ້ງປະຕິບັດ ເປັນເອກະພາບກັນໃນທົ່ວຂົງເຂດການສຶກສາ ແລະ ຫົວຫນ່ວຍທຸລະກິດກິລາພາຍໃນເມືອງ ໄຊເສດຖານະຄອນຫຼວງວຽງຈັນ.

ຫ້ອງການສຶກສາທິການ ແລະ ກິລາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງ ທ່ານຜູ້ອໍານວຍການໂຮງຮຽນ,ສູນການສຶກສານອກໂຮງຮຽນ,ຫົວຫນ່ວຍທຸລະກິດກິລາທັງພາກລັດ ແລະ ເອກະຊົນ ພາຍໃນເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃຫ້ປະຕິບັດດັ່ງນີ້:

1. ສະຖານການສຶກສາໃນໂຮງຮຽນ ແລະ ນອກໂຮງຮຽນ ທັງພາກລັດ ແລະ ເອກະຊົນທຸກພາກສ່ວນພາຍ ໃນເມືອງແມ່ນໃຫ້ໃຈະງານພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ແລະ ບັນດາກິດຈະກໍາຕ່າງໆ ນັບແຕ່ວັນທີ 01 – 20 ຕຸລາ 2024.

2. ສະຖານການກິລາ ແລະ ຫົວຫນ່ວຍທຸລະກິດກິລາ ທັງພາກລັດ ແລະ ເອກະຊົນພາຍໃນເມືອງແມ່ນໃຫ້ ໂຈະການຈັດກິດຈະກໍາ ແລະ ບໍ່ໃຫ້ມີກິດຈະກໍາໃດໆ ນັບແຕ່ວັນທີ 01 – 20 ຕຸລາ 2024.

ຫມາຍເຫດ: ຖ້າມີການປ່ຽນແປງແມ່ນທາງຫ້ອງການສຶກສາທິການ ແລະ ກິລາເມືອງຈະແຈ້ງຕາມພາຍຫຼັງ.
ດັ່ງນັ້ນ; ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການນີ້ດ້ວຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...