Homeຂ່າວພາຍ​ໃນຫຼາຍເສັ້ນທາງໃນຫົວພັນ ຖືກຜົນກະທົບຈາກໄພພິບັດ ເສຍຫາຍ 53 ຕື້ 9 ຮ້ອຍລ້ານກວ່າກີບ

ຫຼາຍເສັ້ນທາງໃນຫົວພັນ ຖືກຜົນກະທົບຈາກໄພພິບັດ ເສຍຫາຍ 53 ຕື້ 9 ຮ້ອຍລ້ານກວ່າກີບ

Published on

ໃນກາງເດືອນສິງຫາ-ທ້າຍເດືອນກັນຍາ 2024, ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ, ເຊິ່ງໄດ້ເຮັດໃຫ້ບັນດາເສັ້ນທາງຄົມມະນາຄົມພາຍໃນແຂວງຫົວພັນ ຖືກຜົນກະທົບຈາກໄພພິບັດທໍາມະຊາດ, ໂດຍສະເພາະແມ່ນ 9 ເມືອງຂອງແຂວງຄື: ເມືອງຊໍາເໜືອ, ເມືອງຮ້ຽມ, ເມືອງຊ່ອນ, ເມືອງຫົວເມືອງ, ເມືອງຊໍາໃຕ້, ເມືອງກວັນ, ເມືອງສົບເບົາ, ເມືອງແອດ ແລະ ເມືອງວຽງໄຊ.

May be an image of 1 person

May be an image of 1 person and road

ເຊິ່ງໄດ້ເຮັດໃຫ້ບາງເສັ້ນທາງເປ່ເພ ແລະ ຖືກຕັດຂາດ ເປັນຕົ້ນແມ່ນດິນຫຍຸບ, ດິນເຊາະເຈື່ອນ, ຕົ້ນໄມ້ຫັກທັບຖົມເສັ້ນທາງ, ເສັ້ນທາງທີ່ຖືກຜົນກະທົບທັງໝົດ 34 ເສັ້ນ, ມີ 1900 ກວ່າກິໂລແມັດ, ໃນນີ້ເສັ້ນທາງຫຼວງແຫ່ງຊາດ 9 ເສັ້ນ ເສຍຫາຍ 516 ກິໂລແມັດ, ເສັ້ນທາງຫຼວງຂອງແຂວງ 9 ເສັ້ນ ເສຍຫາຍ 576 ກິໂລແມັດ, ທາງຫຼວງເມືອງ 10 ເສັ້ນ 538 ກິໂລແມັດ, ເສັ້ນທາງຊົນນະບົດ 5 ເສັ້ນ 227 ກິໂລແມັດ, ເສັ້ນທາງຕົວເມືອງ 1 ເສັ້ນ 60 ກວ່າກິໂລແມັດ.

May be an image of 2 people

May be an image of road

ນອກຈາກນີ້, ຍັງມີຂົວອູ່ 3 ຈຸດ ແລະ ລະບົບນໍ້າປະປາເມືອງຊ່ອນ ເປ່ເພ ເຊິ່ງມີຜົນເສຍຫາຍທັງໝົດ 53 ຕື້ 9 ຮ້ອຍລ້ານກວ່າກີບ, ມາຮອດປັດຈຸບັນນີ້ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ເອົາໃຈໃສ່ເລັ່ງແກ້ໄຂສຸກເສີນແຕ່ລະເສັ້ນທາງສໍາເລັດແລ້ວຈໍນວນໜຶ່ງ ເພື່ອເຮັດໃຫ້ການສັນຈອນໄປມາແຕ່ລະເສັ້ນທາງໃຫ້ມີຄວາມສະດວກ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...