spot_img
Homeຂ່າວພາຍ​ໃນຍົກລະດັບການຮ່ວມມື ອົງການໄອຍະການລະຫວ່າງ ລາວ-ກູບາ

ຍົກລະດັບການຮ່ວມມື ອົງການໄອຍະການລະຫວ່າງ ລາວ-ກູບາ

Published on

ໃນຕອນເຊົ້າຂອງວັນທີ 30 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຢາມິລາ ເປນາ ໂອເຈດາ (Mrs. Yamila Pena Ojeda) ກໍາມະການສູນກາງພັກກອມ ມູນິດ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກູບາ ໂດຍມີຄະນະຜູ້ແທນຂັ້ນສູງທັງສອງຝ່າຍເຂົ້າຮ່ວມໃນຄັ້ງນີ້.

May be an image of 2 people, the Oval Office, dais and text

ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຂອບໃຈເປັນຢ່າງສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຂອງທ່ານຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ກູບາ ພ້ອມດ້ວຍຄະນະໃນຄັ້ງນີ້, ພ້ອມຕີລາຄາສູງຕໍ່ຜົນສໍາເລັດຂອງການຮ່ວມມືລະຫວ່າງອົງການໄອຍະການຂອງສອງປະເທດ ໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ ທີ່ໄດ້ລົງນາມກັນໃນປີ 2018 ທີ່ນະຄອນຫຼວງຮາວານາ ປະເທດກູບາ, ການພົບປະຂອງຄະນະຜູ້ແທນຂັ້ນສູງຂອງສອງອົງການໃນຄັ້ງນີ້ ແມ່ນເພື່ອຍົກລະດັບການຮ່ວມມືຂອງສອງອົງການໄອຍະການ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນໃນອະນາຄົດ.

May be an image of 4 people and text

ຈາກນັ້ນ, ທ່ານ ນາງ ຢາມິລາ ເປນາ ໂອເຈດາ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ຮັບການເຊື້ອເຊີນ ແລະ ຮັບຕ້ອນຢ່າງອົບອຸ່ນຖານມິດສະຫາຍທີ່ເປັນກັນເອງ ໃນການມາເຄື່ອນໄຫວວຽກງານທາງການ ຢູ່ ສປປ ລາວ, ພ້ອມທັງຕົກລົງເຫັນດີເປັນເອກະພາບລົງນາມບົດບັນທຶກຊ່ວຍຈໍາ ກ່ຽວກັບແຜນກິດຈະກຳຮ່ວມມື ສົກປີ 2025-2026.

May be an image of 9 people and text

ການຢ້ຽມຢາມ ແລະ ພົບປະຂອງຄະນະຜູ້ແທນໃນຄັ້ງນີ້ ເປັນພື້ນຖານສໍາຄັນທີ່ເຮັດໃຫ້ວຽກງານໄອຍະການຂອງສອງປະເທດ ໄດ້ຮັບການພັດທະນາ, ຍົກສູງບົດບາດຄວາມສັກສິດຂອງກົດໝາຍ ໃນການຄຸ້ມຄອງລັດຄຸ້ມຄອງສັງຄົມຂອງສອງປະເທດ ຕ້ານອາດຊະຍາກຳຂ້າມຊາດ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ສອງປະເທດ ລາວ-ກູບາ.

May be an image of 7 people, the Oval Office and text

ຫຼັງຈາກນັ້ນ, ຄະນະນໍາສອງຝ່າຍໄດ້ພ້ອມກັນລົງນາມບົດບັນທຶກຊ່ວຍຈໍາ ກ່ຽວກັບແຜນກິດຈະກຳຮ່ວມມື ສົກປີ 2025-2026, ຊຶ່ງມີບາງເນື້ອໃນຕົ້ນຕໍຄື: 1. ການແລກປ່ຽນໄປມາຢ້ຽມຢາມຄະນະຜູ້ແທນສອງອົງການໄອຍະການເຊິ່ງກັນ ແລະກັນ, 2. ເຂົ້າຮ່ວມກອງປະຊຸມນານາຊາດວ່າດ້ວຍ ອາຊະຍາກຳ ຄັ້ງທີ 16 ປະຈຳປີ 2025 ແລະ ກອງປະຊຸມກ່ຽວກັບນິຕິກຳ, ກົດໝາຍ ແລະ ສັງຄົມ ຄັ້ງທີ 4 ທີ່ ສ.ກູບາ, 3. ຈັດກອງປະຊຸມທາງໄກເພື່ອແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານກ່ຽວກັບຂໍ້ຕ່າງໆເຊັ່ນ: ການຕ້ານອາຊະຍາກຳທີ່ເກີດຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານ, ການຕ້ານການຄ້າມະນຸດ ແລະ ການເຄື່ອນຍ້າຍແຮງງານ ແລະ ບັນຫາອື່ນທີ່ສອງຝ່າຍມີຄວາມສົນໃຈ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...