spot_img
Homeຂ່າວພາຍ​ໃນຜົນສຳເລັດກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 42

ຜົນສຳເລັດກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 42

Published on

ວັນທີ 27 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນໄດ້ຈັດພິທີຖະແຫຼງຂ່າວ ຜົນສຳເລັດກອງປະຊຸມລັດຖະມົນຕີພະ ລັງງານອາຊຽນຄັ້ງທີ 42ໂດຍການຖະແຫຼງຂ່າວຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ທັງເປັນປະທານກອງປະຊຸມ ລັດຖະມົນ ຕີພະລັງງານອາຊຽນ ຄັ້ງທີ 42 ໄດ້ຕາງໜ້າ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ການຖະແຫຼງຂ່າວ ເພື່ອລາຍງານໝາກຜົນອັນພົ້ນເດັ່ນຂອງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (42nd AMEM) ໃນລະຫວ່າງວັນທີ 26 ແລະ 27 ກັນຍາ 2024 ໂດຍການເປັນເຈົ້າພາບຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ມີບັນດາປະເທດສະມາຊິກອາຊຽນ ປະເທດຄູ່ຮ່ວມຍຸດທະສາດ ແລະ ອົງການຈັດຕັ້ງສາກົນ.

ຄຽງຄູ່ກັບກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ຍັງໄດ້ເປັນປະທານກອງປະຊຸມທີ່ກ່ຽວຂ້ອງຄື: ກອງປະຊຸມຮ່ວມກັບກັບອົງການພະລັງງານສາກົນ (IEA) ແລະ ອົງການພະລັງງານທົດແທນສາກົນ (IRENA) ກອງປະຊຸມລັດຖະມົນຕີພະລັງງານອາຊຽນບວກສາມ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດລັດຖະມົນຕີພະລັງງານອາຊີຕາເວັນອອກຄັ້ງທີ 18 ໂດຍກອງປະຊຸມຂັ້ນລັດຖະມົນຕີດັ່ງກ່າວ ເພື່ອກະກຽມຄວາມພ້ອມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຜ່ານກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ໃນວັນທີ 24 ແລະ 25 ກັນຍາ 2024 ທີ່ຜ່ານມາ.


ກອງປະຊຸມຄັ້ງນີ້ແມ່ນດໍາເນີນໄປດ້ວຍຄວາມສ້າງສັນ ແລະ ປະສົບຜົນສໍາເລັດຕາມຄາດໝາຍ ໂດຍ ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກັນ (JMS) ອາຊຽນກໍາລັງເຮັດວຽກເພື່ອກ້າວໄປສູ່ຄວາມຍືນ ຍົງ ຜ່ານຂອບໜ້າວຽກທີ່ໄດ້ກໍານົດ ແລະ ຂໍ້ລິເລີ່ມຕ່າງໆເຊັ່ນ: ການກໍານົດຍຸດທະສາດການຫຼຸດຜ່ອນທາດອາຍຄາບອນ ພວກເຮົາເຫັນວ່າ ເປັນແຜນວຽກໜຶ່ງທີ່ສຳຄັນ ແລະ ຕ້ອງຈັດຕັ້ງປະຕິບັັດໃຫ້ສອດຄ່ອງກັບໜ້າວຽກໃນຂະ ແໜງພະລັງງານ ເພື່ອສົ່ງເສີມຄວາມເປັນເອກະພາບໃຫ້ ການຈັດຕັ້ງປະຕິບັດແລະ ມຸ່ງເນັ້ນໄປເຖິງການພັດທະນາພາກພື້ນໃນອານາຄົດ ໂດຍທີ່ ພວກເຮົາຈະສອດແຊກແຜນຍຸດທະສາດັ່ງກ່າວ ເຂົ້າໃນການຜັນຂະຫຍາຍແຜນການປະ ຕິບັດການຮ່ວມມືດ້ານພະລັງງານຂອງອາຊຽນ (APAEC) ໄລຍະທີ 2: 2021-2025 ແລະ ການພັດທະນາຈັດຕັ້ງປະ ຕິບັດ APAEC ພາຍຫຼັງປີ 2025. ຜົນສໍາເລັດທີ່ ພວກເຮົາສາມາດບັນລຸໄດ້ໃນປີນີ້ ຜ່ານການຈັດຕັ້ງປະຕິບັດໂຄງການ ພາຍໃຕ້ແຜນ APAEC ໄລຍະ II ກວມເອົາ ການພັດທະນາປະສິດທິພາບດ້ານພະລັງງານ ດ້ານພະລັງງານທົດແທນ ດ້ານນະໂຍບາຍ ແລະ ແຜນການພະລັງງານ ເຕັກໂນໂລຊີຖ່ານຫີນສະອາດ ທໍ່ສົ່ງອາຍແກັສຂ້າມອາຊຽນ ແລະ ພະລັງງານນິວເຄຼຍ.


ສຳລັບໝາກຜົນຂອງກອງປະຊຸມກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 42 ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນປີ 2024 ໃນຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມໂຍງ ການເຊື່ອມຈອດ ແລະ ສ້າງຄວາມເຂັ້ມ ແຂງ” ໂດຍສະເພາະວຽກ ຕາຂ່າຍໄຟຟ້າອາຊຽນ(APG) ທີ່ໄດ້ປັບປຸງບົດບັນທຶກຄວາມເຂົ້າໃຈ ແລະ ເນື້ອໃນຂອບ ໜ້າວຽກຂອງອົງການຕ່າງໆ ທີ່ກ່ຽວຂ້ອງຂອງວຽກ ຕາຂ່າຍໄຟ ຟ້າອາຊຽນ(APG). ບົດບັນທຶກຄວາມເຂົ້າໃຈສະບັບປັບປຸງແມ່ນຈະເປັນເຄື່ອງມືອັນສຳຄັນ ໃນການຊຸກຍູ້ຂັບເຄື່ອນການຄ້າພະລັງງານໄຟຟ້າຫຼາຍຝ່າຍ ເພື່ອປັບປຸງຂອດການປະສານງານລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ແລະ ເພື່ອປັບປຸງການສະໜອງໄຟຟ້າໃຫ້ຍືນຍົງ ແລະ ຮັບປະກັນໄດ້ໃນທົ່ວບັນດາປະເທດສະມາຊິກອາຊຽນ ເພື່ອໃຫ້ວຽກງານການເຊື່ອມໂຍງລະຫວ່າງພາກພື້ນມີຄວາມກ້າວໜ້າເປັນເອກະພາບຖືເອົາວຽກ ຕາຂ່າຍໄຟຟ້າອາຊຽນ ເປັນຈຸດໃຈກາງເພື່ອສ້າງອະນາຄົດດ້ານພະລັງງານທີ່ເຂັ້ມແຂງ ແລະ ຍືນຍົງຂອງອາຊຽນ.

ເພື່ອອໍານວຍຄວາມສະດວກໃຫ້ແກ່ການຊື້-ຂາຍພະລັງງານໄຟຟ້າຂ້າມຊາຍແດນ ແລະ ເພື່ອສະໜັບສະໜູນວິໄສທັດດ້ານພະລັງງານໄລຍະຍາວຂອງພາກພື້ນ ເພື່ອເຮັດໃຫ້ການສົ່ງໄຟຟ້າ ແລະ ປະຕິບັດວິໄສທັດ ວຽກຕາຂ່າຍໄຟຟ້າອາຊຽນ ໂດຍໄດ້ຖືສຳຄັນການຍົກລະດັບປັບປຸງລະບົບສາຍສົ່ງຂ້າມຊາຍແດນ ແລະ ການນຳໃຊ້ເຕັກໂນໂລຊີທີ່ກ່ຽວຂ້ອງ ເຊັ່ນ: ການພັດທະນາລະບົບສາຍສົ່ງໃຕ້ທະເລ ນອກນັ້ນ ເພື່ອເຮັດການພັດທະນາບັນ ດາໂຄງການສາຍສົ່ງເຊື່ອມຕໍ່ລະຫວ່າງພາກພື້ນເກີດຜົນ ໂດຍເຫັນໄດ້ຄວາມສຳຄັນ ເຖິງຄວາມຕ້ອງການດ້ານທຶນ ຮອນໃນການລົງທຶນຢ່າງມະຫາສານເພື່ອໃຫ້ວຽກ ຕາຂ່າຍໄຟຟ້າອາຊຽນ (APG) ມີຄວາມກ້າວໜ້າຕິດພັນກັນນັ້ນ ໂດຍໄດ້ຮັບຊາບການລາຍງານກ່ຽວກັບບັນດາຂໍ້ລິເລີ່ມໃນການສະໜັບສະໜູນໂຄງການຫັນປ່ຽນດ້ານພະລັງງານລະດັບປະເທດ ແລະ ພາກພື້ນ ການອຳນວຍຄວາມສະ ດວກໃຫ້ແກ່ການເຊື່ອມໂຍງດ້ານພະລັງງານອາຊຽນ ລວມທັງການຈັດສັນທຶນສະເພາະໃຫ້ແກ່ວຽກງານ ຕາຂ່າຍໄຟຟ້າອາຊຽນຂອງທະນາຄານພັດທະນາອາຊີ ແລະ ທະນາຄານໂລກ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...