Homeຂ່າວພາຍ​ໃນເປີດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ນວ

ເປີດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ນວ

Published on

ໃນຕອນເຊົ້າຂອງ ວັນທີ 26 ກັນຍາ 2024 ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ໄດ້ໄຂຂື້ນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ​ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສປປ ລາວ, ທັງເປັນປະທານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທຳນະທຳ-ສັງຄົມອາຊຽນ ປີ 2024.

May be an image of 12 people, dais and text

ໃນພິທີເປີດກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທໍາ-ສັງຄົມອາຊຽນ, ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ ແລະ ຜູ້ແທນກອງປະຊຸມ ຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ປະເທດຕີມໍແລສ໌ເຕ, ທ່ານຮອງເລຂາທິການໃຫຍ່ອາຊຽນ ຜູ້ຊີ້ນໍາວຽກງານເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ, ບັນດາທູຕານຸທູດ ແລະ ບັນດາແຂກທີ່ໄດ້ຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະຂະແໜງການພາຍໃຕ້ເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ຂອງ ສປປ ລາວ.

May be an image of 7 people, dais and text

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ມາຍັງບັນດາຜູ້ແທນກອງປະຊຸມທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ຂອງທຸກພາກສ່ວນ ໂດຍສະເພາະບັນດາເຈົ້າໜ້າທີ່ອາວຸໂສເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ແລະ ກອງເລຂາອາຊຽນ ໃນການເປັນເຈົ້າການກະກຽມຮອບດ້ານທັງດ້ານເນື້ອໃນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ບັນດາກອງປະຊຸມທີ່ກ່ຽວຂ້ອງຕ່າງໆ ທີ່ປິ່ນອ້ອມ ລວມທັງກອງປະຊຸມສະພາປະຊາຄົມ-ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ຜ່ານມາທີ່ ສປປ ລາວ ເປັນເຈົ້າພາບບັນລຸດ້ວຍຜົນສໍາເລັດຢ່າງຈົບງາມ.

May be an image of 6 people and dais

ນອກນີ້, ທ່ານຍັງໄດ້ຖືໂອກາດນີ້ ຕາງໜ້າໃຫ້ ສປປ ລາວ ສະແດງຄວາມເສຍໃຈ ແລະ ເຫັນອົກເຫັນໃຈມາຍັງບາງປະເທດສະມາຊິກອາຊຽນ ໂດຍສະເພາະຕໍ່ຄອບຄົວ ແລະ ຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດທາງທຳມະຊາດ ພະຍຸໄຕ້ຝຸ່ນຢາກິ ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ກັບຊີວິດ ແລະ ຊັບສິນຂອງປະຊາຊົນອາຊຽນ ແລະ ຂໍໃຫ້ອາຊຽນພ້ອມກັນສູ້ຊົນຜ່ານຜ່າວິກິດການຄັ້ງນີ້ໄປດ້ວຍດີ ເພື່ອກັບຄືນສູ່ສະພາບປົກກະຕິໂດຍໄວ.May be an image of 12 people, dais and text

ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ນີ້ ເປັນອີກບັ້ນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ພິຈາລະນາບັນດາເອກະສານສໍາຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອຄວາມເປັນເອກະພາບກັນ ລວມທັງ ບົດລາຍງານກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນຄັ້ງນີ້ ກ່ອນ ນໍາສະເໜີຕໍ່ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ຈະຈັດຂື້ນໃນຕົ້ນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

ຂ່າວ: Media Laos

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...