Homeຂ່າວພາຍ​ໃນພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ AEBF ຄັ້ງທີ 24

ພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ AEBF ຄັ້ງທີ 24

Published on

ໃນວັນທີ 26 ກັນຍາ 2024, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ – ພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ AEBF ຄັ້ງທີ 24 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນຄັ້ງທີ 42, ມີບັນດາ ລັດຖະມົນຕີພະລັງງານອາຊຽນ, ຮອງເລຂາທິການອາຊຽນດ້ານປະຊາຄົມ ເສດຖະກິດ, ປະເທດຄູ່ຮ່ວມພັດທະນາ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນຄັ້ງທີ 42ໄດ້ກ່າວວ່າ: ຂ້າພະເຈົ້າ ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ໃນນາມລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ປະທານກອງປະຊຸມ ລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 42 ຖືເປັນກຽດຢ່າງສູງໃນຕ້ອນຮັບທ່ານ ເຂົ້າສູ່ພິທີເປີດກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 42 ແລະ ງານ ASEAN Energy Business Forum ຄັ້ງທີ 24 (AEBF-24) ທີ່ຈັດຄູ່ຂະໜານກັນ, ສປປ ລາວ ໃນຖານະປະທານອາຊຽນປີ 2024 ໄດ້ກໍານົດຫົວຂໍ້ ປີນີ້ຄື “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ“. ທີ່ຍິ່ງເນັ້ນໃຫ້ເຫັນບົດບາດ ອັນສໍາຄັນ ຂອງການເຊື່ອມໂຍງພະລັງງານອາຊຽນ ແນ່ໃສ່ເພື່ອວາງຮາກຖານສໍາຄັນຂອງການພັດທະນາ ເສດຖະກິດ ແລະ ສັງຄົມຂອງພາກພື້ນ.

ໃນຂະນະດຽວກັນ, ການກຽມຄວາມພ້ອມເພື່ອຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການປ່ຽນຜ່ານສູ່ພະລັງງານທີ່ສະອາດກວ່າ. ພ້ອມນີ້ ເຮົາກໍາລັງຢູ່ໃນ ໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດແຜນວຽກ ອາປາເອັກ (APAEC) ໄລຍະທີ 2 ໃນປີ 2025, ສິ່ງສໍາຄັນແມ່ນເຮົາຕ້ອງທົບທວນຜົນສໍາເລັດທີ່ເຮົາໄດ້ຈັດຕັ້ງປະຕິບັດ ແລະ ທິດທາງທີ່ພວກເຮົາ ອາຊຽນຈະກ້າວເດີນຕໍ່ໄປຂ້າງໜ້າ ເພື່ອບັນລຸເປົ້າໝາຍລວມອາຊຽນ.

ການດໍາເນີນກອງປະຊຸມສໍາມະນາ ASEAN Energy Business Forum ຄັ້ງທີ 24 ທີ່ຈັດຂຶ້ນໂດຍສູນພະລັງງານອາຊຽນ, ເຊິ່ງມີຄວາມຄາດຫວັງວ່າໃຫ້ເປັນອີກເວທີໜຶ່ງທີ່ສໍາຄັນ ເພື່ອເຊື່ອມໂຍງລະຫວ່າງຜູ້ກໍານົດນະໂຍບາຍລະດັບສູງ ແລະ ຜູ້ມີສ່ວນຮ່ວມພາກ ທຸລະກິດ ເພື່ອແລກປ່ຽນຂໍ້ມູນ ແລະ ກາລະໂອກາດຂອງການຮ່ວມມື.ກອງປະຊຸມ ທີ່ຈະດໍາເນີນໄປໃນສອງມື້ຕໍ່ໜ້ານີ້, ທັງກອງປະຊຸມອາເມັມ (AMEM) ແລະ ກອງປະຊຸມສໍາມະນາ AEBF ມີຄວາມເຊື່ອໜັ້ນວ່າ: ນອກຈາກໝາກຜົນທີ່ດີ ທີ່ຈະໄດ້ຮັບຈາກກອງປະຊຸມດັ່ງກ່າວແລ້ວ ຍັງຈະໄດ້ເພີ່ມທະວີການຮ່ວມມືໃນພາກພື້ນ ເພື່ອສ້າງຄວາມຮັບປະກັນດ້ານພະລັງງານທີ່ໝັ້ນຄົງ ແລະ ອານາຄົດທີ່ຍືນຍົງສໍາລັບປະຊາຊົນທຸກຄົນໃນປະຊາຄົມ.

ໃນຖານະປະທານກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ຂ້າພະ ເຈົ້າ ຂໍຍິນດີຕ້ອນຮັບທຸກທ່ານເຂົ້າສູ່ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມສໍາມະນາທຸລະກິດພະລັງງານ ຄັ້ງທີ 24 ທີ່ນະຄອນຫຼວງຂອງ ສປປ ລາວ ຢ່າງເປັນທາງການ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...