Homeຂ່າວພາຍ​ໃນແຈ້ງການປັບອັດຕາກິນຢູ່-ພັກເຊົາ ເລີ່ມວັນທີ 01 ຕຸລາ 2024 ເປັນຕົ້ນໄປ

ແຈ້ງການປັບອັດຕາກິນຢູ່-ພັກເຊົາ ເລີ່ມວັນທີ 01 ຕຸລາ 2024 ເປັນຕົ້ນໄປ

Published on

ກະຊວງການຕ່າງປະເທດອອກແຈ້ງການປັບອັດຕາກິນຢູ່-ພັກເຊົາ ສໍາລັບພະນັກງານທີ່ເຂົ້າຮ່ວມກອງປະຊຸມ ຂອງບັນດາໂຄງການ ທີ່ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (ອສບລ) ໃຫ້ການຊ່ວຍເຫຼືອ ຢູ່ ສປປ ລາວ.

ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ອີງໃສ່ສະພາບເສດຖະກິດ ແລະ ອັດຕາເງິນເຟີ້ ໃນປັດຈຸບັນໄດ້ສົ່ງຜົນກະທົບໃຫ້ເງິນກີບອ່ອນຄ່າ, ເຊິ່ງເຮັດໃຫ້ລາຄາສິນຄ້າ ແລະ ການບໍລິການ ເປັນຕົ້ນແມ່ນນໍ້າມັນ ແລະ ລາຄາທີ່ພັກເຊົາມີລາຄາສູງຂຶ້ນອັນໄດ້ສົ່ງຜົນສະທ້ອນຕໍ່ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໂຄງການ, ກະຊວງການຕ່າງປະເທດ, ໃນນາມປະທານຄະນະກໍາມະການຄຸ້ມຄອງ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ໂດຍ ໄດ້ຮັບການເຫັນດີເປັນເອກະພາບຂອງອົງການ, ຜູ້ໃຫ້ທຶນ ແລະ ບັນດາກະຊວງຂະແຫນງການ, ຈຶ່ງໄດ້ດັດປັບອັດຕາກິນ ຢູ່-ພັກເຊົາ ສໍາລັບພະນັກງານທີ່ເຂົ້າຮ່ວມກອງປະຊຸມຂອງບັນດາໂຄງການ ທີ່ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ (ອສບລ) ໃຫ້ການຊ່ວຍເຫຼືອ ຢູ່ ສປປ ລາວ ໂດຍຈະຄິດໄລ່ເປັນຈໍານວນ 560,000 ກີບ/ຄົນ/ວັນ ສໍາລັບ ໂຄງການໃຫມ່ເລີ່ມແຕ່ວັນທີ 01 ຕຸລາ 2024 ເປັນຕົ້ນໄປ.

ສໍາລັບໂຄງການ ທີ່ຖືກອະນຸມັດກ່ອນແຈ້ງການສະບັບນີ້ອອກ ແມ່ນສາມາດປະຕິບັດຕາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນກ່ອນຫນ້ານີ້ ເພື່ອບໍ່ໃຫ້ກະທົບຕໍ່ແຜນງົບປະມານທີ່ໄດ້ອະນຸມັດແລ້ວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...