Homeຂ່າວພາຍ​ໃນກັກຕົວຜູ້ຖືກຫາ ພ້ອມຢາບ້າ 3,477 ເມັດ ທີ່ເມືອງທ່າແຂກ ແຂວງຄຳມ່ວນ

ກັກຕົວຜູ້ຖືກຫາ ພ້ອມຢາບ້າ 3,477 ເມັດ ທີ່ເມືອງທ່າແຂກ ແຂວງຄຳມ່ວນ

Published on

ໃນວັນທີ 6 ສິງຫາທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງທ່າແຂກ, ແຂວງຄຳມວ່ນ ໄດ້ກັກຕົວທ້າວ ຕ່ຳເທືອງ ແດງມະນີ ຫຼື (ຕ່ຳ) ອາຍຸ 25 ປີ, ປະຊາຊົນບ້ານປອມຄູນ, ເມືອງຍົມມະລາດ, ແຂວງຄຳມວ່ນ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າຈຳນວນ 3,477 ເມັດ ມາດຳເນີນຄະດີ.

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໃນໄລຍະເດືອນກຸມພາ 2024 ຕົນເອງແມ່ນໄດ້ເລີ່ມພົວພັນຄ້າຂາຍຢາເສບຕິດປະເພດຢາບ້າ ທີ່ຊື້ນຳ ຜູ້ຮ່ວມຂະບວນການມາຂາຍຕໍ່ໃຫ້ໄວລຸ້ນທົ່ວໄປຈົນໝົດ. ຕົກມາຮອດວັນທີ 28 ກໍລະກົດ 2024 ຜູ້ກ່ຽວກໍ່ໄດ້ໄປຊື້ຢາບ້ານຳຜູ້ຮ່ວມຂະບວນການ (ຜູ້ເກົ່າອີກ) ຈຳນວນ 2 ມັດ ໃນລາຄາ 24,000,000 ກີບ; ພາຍຫຼັງໄດ້ຢາບ້າມາແລ້ວຜູ້ກ່ຽວກໍ່ໄດ້ເອົາໄປຂາຍໃຫ້ໄວລຸ້ນທົ່ວໄປ ໃນລາຄາເມັດລະ 20.000 ກີບ, ຂາຍໄດ້ທັງ ໝົດ 523 ເມັດ ແລະ ຍັງເຫຼືອຢາບ້າ ຈຳນວນ 1 ມັດ ກັບ 1,477 ເມັດ ຈື່ງໄດ້ເກັບຮັກສາໄວ້ຂາຍຕໍ່ໃນມື້ໃໝ່.

ຈົນຕົກມາຮອດເວລາ 14 ໂມງ 15 ນາທີ ຂອງວັນທີ 6 ສິງຫາ 2024 ເຈົ້າໜ້າທີ່ຈິ່ງໄດ້ຈັບ ທ້າວ ຕ່ຳເທືອງ ພ້ອມຂອງກາງຢາບ້າ ຈຳນວນ 1 ມັດ ກັບ 1,477 ເມັດ ຫຼື ເທົ່າກັບ 3.477 ເມັດ ຢູ່ທີ່ຫ້ອງແຖວແຫ່ງໜື່ງ ທີ່ບ້ານນາມະລາດ, ເມືອງທ່າແຂກ, ແຂວງຄຳມ່ວນ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງຄຳມ່ວນ, ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...