Homeຂ່າວພາຍ​ໃນອິນເດຍ ມອບເຄື່ອງຊ່ວຍເຫຼືອນໍ້າຖ້ວມ ແກ່ ສປປ ລາວ

ອິນເດຍ ມອບເຄື່ອງຊ່ວຍເຫຼືອນໍ້າຖ້ວມ ແກ່ ສປປ ລາວ

Published on

ໃນຕອນຄໍ່າຂອງວັນທີ 15 ກັນຍາ 2024, ທີ່ ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ສປປ ລາວ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນໄພພິບັດນໍ້າ ຖ້ວມຈາກ ລັດຖະບານ ແຫ່ງ ສາທາລະນະລັດ ອິນເດຍ ມອບໃຫ້ແກ່ ສປປ ລາວ.
ໂດຍຕາງໜ້າລັດຖະບານແຫ່ງ ສປປ ລາວ ຮັບໂດຍ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າລັດຖະບານ ແຫ່ງ ສ.ອິນ ເດຍ ມອບໂດຍ ທ່ານ ປຼາຊານ ອາກຼາວາລ (Prashant Agrawal), ເອກອັກຄະລັດຖະທູດ ແຫ່ງ ສ.ອິນເດຍ ປະຈໍາ ສປປ ລາວ, ພ້ອມທັງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂິພິຍານ.

May be an image of 13 people, aircraft and text

ເຄື່ອງຊ່ວຍເຫຼືອທີ່ ສ. ອິນເດຍ ນໍາມາມອບໃນຄັ້ງນີ້ ແມ່ນເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ ເພື່ອນໍາໃຊ້ເຂົ້າໃນການຊ່ວຍ ເຫຼືອສຸກເສີນແກ່ຜູ້ປະສົບໄພພິບັດຕ່າງໆ, ຊຶ່ງຈະເປັນການປະ ກອບສ່ວນອັນສໍາຄັນໜຶ່ງໃຫ້ແກ່ ສປປ ລາວ ໃນການກຽມຄວາມພ້ອມເພື່ອສາມາດຮັບມືກັບໄພພິບັດສຸກເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບຍິ່ງຂຶ້ນ ໃນການຊ່ວຍເຫຼືອຊຸມຊົນ ກໍຄື ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເຫດການສຸກເສີນຕ່າງໆ, ໂດຍສະເພາະກໍແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ຫຼາຍຂົງເຂດຂອງ ສປປ ລາວ.

May be an image of 13 people and text

ເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ: ເມັດຄລໍຣິນ (chlorine) ຈໍານວນ 10 ລ້ານເມັດ, ຜົງຟອກຂາວ ຈໍານວນ 1000 kg, ນໍ້າຢາຂ້າເຊື້ອໂລກ ຈໍານວນ 1,000 ລິດ, ເຄື່ອງກອງນໍ້າ ຈໍານວນ 2,000 ເຄື່ອງ, ເຄື່ອງປັ່ນໄຟ ຂະໜາດ 30 KVA ຈໍານວນ 1 ເຄື່ອງ, ຊຸດອານາໄມ ຈໍານວນ 1,000 ຊຸດ, ເຄື່ອງໃຊ້ພາຍໃນຄົວເຮືອນ ຈໍານວນ 1,000 ຊຸດ, ຖົງນອນ ຈໍານວນ 1,000 ຊຸດ, ມຸ້ງ ຈໍານວນ 2,500 ດາງ ແລະ ຢາກັນຍຸງ ຈໍານວນໜຶ່ງ ລວມມູນຄ່າປະມານ 100,000 ໂດລາສະຫະລັດ (ປະມານ 2,2 ຕື້ກີບ).

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...