Homeຂ່າວພະຍາກອນອາກາດແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

Published on

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ.

ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ ປະຊາຊົນທີ່ອາໃສຢູ່ລຽບ ຕາມແຄມແມ່ນ້ໍາຂອງ ແລະ ສາຂາແມ່ນໍ້າຕ່າງໆ ພາຍໃນແຂວງຄໍາມ່ວນ ຈົ່ງໄດ້ເອົາໃຈໃສ່ຕິດ ຕາມ, ເຝົ້າລະວັງຢ່າງໃກ້ຊິດ ກ່ຽວກັບ ສະພາບນ້ໍາຂອງ ແລະ ແມ່ນ້ໍາສາຂາຕ່າງໆ ຢູ່ພາຍໃນ ແຂວງຄໍາມ່ວນ, ເນື່ອງຈາກວ່າມວນບັນດາແຂວງພາກເຫນືອ ແລະ ນະຄອນຫຼວງວຽງຈັນ ຍັງຈະໄຫຼລົງມາຜ່ານແຂວງຄໍາມ່ວນ ອາດຈະເກີດມີນໍ້າຖ້ວມໃນ 2-3 ວັນຂ້າງຫນ້າ.

ສະນັ້ນ, ໃຫ້ບັນດາທ່ານເຈົ້າເມືອງ, ຄະນະຮັບຜິດຊອບໂພພິບັດຂັ້ນເມືອງ ແລະ ອົງການ ປົກຄອງບ້ານ ແຈ້ງເຕືອນປະຊາຊົນຢູ່ຕາມບ້ານຊ່ອງ ເພື່ອກຽມຄວາມພ້ອມຮັບມືກັບສະພາບດັ່ງ ກ່າວ, ພ້ອມນັ້ນໃຫ້ບັນດາເມືອງ ກະກຽມເຄື່ອງມືອຸປະກອນ, ພາຫະນະ ແລະ ກໍາລັງປະຈໍາການ ເພື່ອເຂົ້າຊ່ວຍເຫຼືອປະຊາຊົນໃນບ່ອນທີ່ມີນໍ້າຖ້ວມ ເພື່ອຫຼີກເວັ້ນບໍ່ໃຫ້ມີຜົນເສຍຫາຍທາງດ້ານຊີ ວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ດັ່ງນັ້ນ, ຈຶ່ງແຈ້ງການມາເພື່ອຊາບ ແລະ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...