spot_img
Homeຂ່າວນໍ້າຖ້ວມແຈ້ງເຕືອນໄພນໍ້າຖ້ວມ ປະຈໍາວັນທີ 14 ກັນຍາ 2024 ເວລາ 06:00 ໂມງ

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາວັນທີ 14 ກັນຍາ 2024 ເວລາ 06:00 ໂມງ

Published on

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາວັນທີ 14 ກັນຍາ 2024. ເວລາ 06:00 ໂມງ ຮ່ອງຄວາມກົດດັນອາກາດຕໍ່າ ຍັງຈະສືບຕໍ່ພາດຜ່ານຢູ່ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກຫນັກ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ເນື່ອງຈາກສະພາບຝົນຕົກໃນໄລຍະຫຼາຍມື້ຜ່ານມາ, ໄດ້ເຮັດໃຫ້ລະດັບນໍ້າ ນໍ້າຂອງເພີ່ມຂຶ້ນສູງ ໂດຍສະເພາະ ສະຖານີຫຼວງພະບາງ, ແຂວງຫຼວງພະບາງ ແລະ ສະຖານີ ວຽງຈັນ (ທ່າເຮືອຫຼັກ 4), ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ລະດັບນໍ້າໄດ້ຂື້ນສູງກາຍເຂດອັນຕະລາຍແລ້ວ. ສໍາລັບ ສະຖານີປາກລາຍ ເມືອງ ປາກລາຍ ແຂວງໄຊຍະບູລີ ແລະ ສະຖານີ ປາກຊັນ, ແຂວງ ບໍລິຄໍາໄຊ ລະດັບນໍ້າໃກ້ຈະຂື້ນຮອດລະດັບເຕືອນໄພ ແລະ ຈະ ມີທ່າອ່ຽງເພີ່ມຂຶ້ນ ຮອດລະດັບເຕືອນໄພ ໃນລະຫວ່າງ 1 ຫາ 2 ວັນຕໍ່ຫນ້າ. ສະເພາະ ອ່າງຮັບນໍ້າ ເຊຈໍາພອນ, ສະຖານີ ແກ້ງ ກອກ, ເມືອງເຊຈໍາພອນ, ແຂວງສະຫວັນນະເຂດ ລະດັບນໍ້າໄດ້ຂື້ນກາຍເຂດເຕືອນໄພແລ້ວ ແລະ ລະດັບນໍ້າຈະມີທ່າອ່ຽງເພີ່ມຂື້ນຕື່ມອີກ.

ໄຫຫຫຫຫຫ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ໂດຍສະເພາະເຂດທີ່ຢູ່ ພື້ນທີ່ຕໍ່ລຽບຕາມແຄມແມ່ນໍ້າຂອງ ເມືອງ ປາກແບງ ແຂວງ ອຸດົມໄຊ, ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ເມືອງປາກ ລາຍ ແຂວງໄຊຍະບູລີ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ຜູ້ທີ່ອາໄສຢູ່ໃກ້ລຽບແມ່ນ້ໍາເຊຈໍາພອນ ເມືອງເຊຈໍາພອນ ແຂວງສະຫວັນນະເຂດ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕໍ່ ເນື່ອງ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຫນື່ງ ແລະ ນໍ້າຖ້ວມຂັງໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້. ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງ ກຽມພ້ອມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...