Homeຂ່າວຕ່າງປະເທດພາກເໜືອຫວຽດນາມເສຍຫາຍໜັກຈາກພາຍຸ ຢາກິ

ພາກເໜືອຫວຽດນາມເສຍຫາຍໜັກຈາກພາຍຸ ຢາກິ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຮ່າໂນຍ ປະເທດຫວຽດນາມ ໃນວັນທີ 9 ກັນາຍາ 2024 ນີ້ວ່າ, ສຳນັກຂ່າວສານແຫ່ງຊາດຫວຽດນາມ VNA ລາຍງານວ່າ: ຈຳນວນຜູ້ເສຍຊີວິດພາຍໃນປະເທດຈາກອິດທິພົນຂອງຊຸບເປີໄຕ້ຝຸ່ນຢາກິ ເພີ່ມເປັນຢ່າງນ້ອຍ  ຄົນແລະ ຜູ້ໄດ້ຮັບບາດເຈຫບຫຼາຍກວ່າ  ຄົນ ຂະນະທີ່ບ້ານເກືອບ 3,300 ຫຼັງ ແລະ ພຶ້ນທີ່ກະສິກຳຫຼາຍກວ່າ 120,000 ເຮັກຕາໄດ້ຮັບຄວາມເສຍຫາຍ ເຊິ່ງສ່ວນໃຫຍ່ເປັນທາງພາກເໜືອ ລວມເຖິງໃນນະຄອນຫຼວງຮ່າໂນຍ.

ທາງດ້ານສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງຫວຽດນາມລາຍງານວ່າ: ພາຍຸຢາກິ ກຳລັງອ່ອນແຮງລົງຢ່າງຕໍ່ເນື່ອງຈົນເປັນພາຍຸດີເປຊັ່ນເຂດຮ້ອນ ແລ້ວ ແຕ່ຍັງມີການປະກາດການເຕືອນໄພຄວາມສ່ຽງຂອງການເກີດນ້ຳຖ້ວມ ແລະ ດິນຖະຫຼົ່ມ.

ທັງນີ້ພາຍຸຢາກິຂຶ້ນຝັ່ງບໍລິເວນລະຫວ່າງເມືອງໄຮຟອງ ແລະ ແຂວງກວາງນິງ ທາງພາກເໜືອຂອງຫວຽດນາມ ເມື່ອວັນເສົາທີ່ຜ່ານມາ ແລະ ຈັດພັດເຂົ້າທາງພາກເໜືອລາວເຊັ່ນດຽວກັນ, ເຊິ່ງຫຼ້າສຸດຈາກລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດຂອງລາວລາຍງານວ່າ: ໃນຕອນນີ້ທາງພາກເໜືອຍັງມີຝົນຕົກໜັກ ແລະ ເຂື່ອນໄດ້ທຳການປ່ອຍນ້ຳອອກ ດັ່ງນັ້ນຈຶ່ງແຈ້ງເຕືອນພໍ່ແມ່ປະຊາຊົນໃຫ້ກຽມພ້ອມກັບສະຖານະການສຸກເສີນທີ່ໃກ້ຈະມາຮອດນີ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...