Homeຂ່າວພາຍ​ໃນມອບ-ຮັບ ໜ້າທີ່ຫົວໜ້າດ່ານພາສີສາກົນພູເກືອ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບ ໜ້າທີ່ຫົວໜ້າດ່ານພາສີສາກົນພູເກືອ ຜູ້ເກົ່າ-ຜູ້ໃໝ່

Published on

ພິທີມອບ-ຮັບໜ້າທີ່ຫົວໜ້າດ່ານພາສີສາກົນພູເກືອ (ຜູ້ເກົ່າ) ແລະ (ຜູ້ໃໝ່) ພິທີດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 5 ກັນຍາ 2024 ທີ່ສະໂມສອນດ່ານສາກົນພູເກືອ ໂດຍການໃຫ້ກຽດເປັນຄະນະປະທານມີ: ທ່ານ ສີອຸດົມ ອາລົມຈິດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ມີ ທ່ານ ແສງເພັດ ສີສຸລາດ ຫົວໜ້າພາສີປະຈຳແຂວງອັດຕະປື, ມີຄະນະພັກ-ຄະນະນຳ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງພາຍໃນດ່ານເຂົ້າຮ່ວມເປັນສັກຂີພິຍານ.

May be an image of 2 people and text

ໃນພິທີບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງກະຊວງການເງີນສະບັບເລກທີ່ 2930/ກງ, ລົງວັນທີ 19 ສີງຫາ 2024 ວ່າດ້ວຍການແຕ່ງຕັ້ງພະນັກງານ ໄປຮັບໜ້າທີ່ໃໝ່ຢູ່ແຂວງອັດຕະປື: ພິທີ ດັ່ງກ່າວ ມອບ-ຮັບລະຫວ່າງ ທ່ານ ຄຳໄບ ຈັນທະລັງສີ (ຮັກສາການ ຫົວໜ້າດ່ານພາສີສາກົນພູເກືອ ຜູ້ເກົ່າ) ແລະ ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ(ຜູ້ໃໝ່) ແລະ ກອງປະຊຸມກໍ່ໄດ້ ຜ່ານເອກະສານມະຕິທີ່ກ່ຽວຂ້ອງຈຳນວນໜຶ່ງ ເພື່ອເປັນອົງປະກອບແລະ ເປັນບ່ອນອີງໃນການສືບຕໍ່ປະຕິບັດໜ້າທີ່ການເມືອງຢູ່ດ່ານພາສີສາກົນພູເກືອໃຫ້ບັນລຸຕາມແຜນທີ່ຂັ້ນເທິງມອບໝາຍ ແລະ ມີຄວາມເຂັ້ມງວດສູງຂຶ້ນໃນໄລຍະໃໝ່ໃຫ້ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງຂຶ້ນ.

May be an image of 11 people, dais and text

ໃນພິທີມອບ-ຮັບໜ້າທີ່ອັນສຳຄັນ ຄະນະປະທານກໍ່ໄດ້ເນັ້ນໃສ່ຫຼາຍໆ ບັນຫາເປັນຕົ້ນ: ວຽກງານການເມືອງ-ແນວຄິດ ຕິດພັນກັບການນໍາພາປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນລວມມີຜົນງານອັນພົ້ນເດັ່ນ ແລະ ວຽກງານທີ່ຍັງຄົງຄ້າງ ເຊິ່ງຈະຕ້ອງມອບໃຫ້ຫົວໜ້າດ່ານພາສີສາກົນຜູ້ໃໝ່ ສືບຕໍ່.

May be an image of 12 people and text

ສຳລັບການຊັບປ່ຽນໜູນວຽນໜ້າທີ່ໃນຄັ້ງນີ້ກໍ່ແມ່ນ​ເປັນເລື່ອງ​ປົກກະຕິ, ​ເປັນ​ກົດ​ເກນ ແລະ ເປັນຫລັກການ​ຂອງ​ພັກ​ທີ່​ເຄີຍ​ປະຕິບັດ​ກັນ​ມາ ແນວໃດກໍຕາມ ຫວັງວ່າຫົວໜ້າດ່ານພາສີສາກົນພູເກືອຜູ້ໃໝ່ຈະພ້ອມພາຄະນະນໍາໃນອົງກອນຂອງຕົນສືບຕໍ່ເສີມຂະຫຍາຍຜົນງານດ້ານດີ ແລະ ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບໃຫ້ໜັກແໜ້ນ ແລະ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ເຂັ້ມງວດ-ເຂັ້ມແຂງ ສຳຄັນແມ່ນສືບຕໍ່ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ລື່ນແຜນການທີ່ວາງໄວ້ ແລະ ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ຂ່າວ: ຂ່າວສານອອນລາຍ ອັດຕະປື

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...