Homeຂ່າວພາຍ​ໃນບໍ່ແກ້ວ ທຳລາຍສິ້ນສ່ວນລົດ-ປ້າຍລົດ ບໍ່ຖືກຕ້ອງຫຼາຍລາຍການ

ບໍ່ແກ້ວ ທຳລາຍສິ້ນສ່ວນລົດ-ປ້າຍລົດ ບໍ່ຖືກຕ້ອງຫຼາຍລາຍການ

Published on

ໃນວັນທີ 6 ກັນຍາ 2024, ພະແນກຈະລາຈອນ ປກສ ແຂວງບໍ່ແກ້ວ ໄດ້ທຳລາຍສິ້ນສ່ວນລົດທີ່ດັດແປງສະພາບເຕັກນິກ ແລະ ປ້າຍລົດທີ່ບໍ່ຖືກຕ້ອງ.

May be an image of 3 people

ພັຕ ທັດສະພອນ ຄຳມຸງຄຸນ ຮອງຫົວໜ້າພະແນກຈະລາຈອນ ປກສ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ອຸປະກອນແຕ່ງລົດ ແລະ ປ້າຍລົດ ທີ່ນຳມາທຳລາຍຖິ້ມນີ້ແມ່ນໄດ້ມາຈາກລົດທີ່ນຳມາເສຍພາສີ ຈາກຕ່າງແຂວງ ແລະ ພາຍໃນແຂວງ ແລະ ໄດ້ມາຈາກລົດຈັກທີ່ດັດແປງສະພາບ.

May be an image of 2 people and text

ເຊິ່ງມີສິ້ນສ່ວນຫຼາຍລາຍການຄື: ປ້າຍລົດໃຫຍ່ປະເພດລົດບຸກຄົນ (ປ້າຍເຫຼືອງ) 150 ຄູ່, ປ້າຍທຸລະກິດ (ປ້າຍຂາວ) 50 ຄູ່ ແລະ ໂຊບອັບແຕ່ງລົດຈັກ 36 ອັນ, ລາງລົດຈັກລາງນ້ອຍ 110 ອັນ, ຢາງໜ້ອຍ 110 ເສັ້ນ, ໄຟສີ 15 ດອກ, ທໍ່ດັງແຮງ 45 ອັນ.

ຂ່າວ: ຄວາມສະຫງົບ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...