Homeຂ່າວຄວາມສະຫງົບແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

Published on

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ ວິໄລ ຫຼ້າຄຳຟອງ ກໍາ ມະການກົມການເມືອງສູນກາງພັກ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ຮອງນາຍົກລັດຖະມົນຕີ ລັດຖະມົນຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ພົນຈັດຕະວາ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຕົກລົງແຕ່ງຕັ້ງ ສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ເປັນປະທານຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ເປັນຮອງປະທານຄະນະກຳມະການ ປກຊ-ປກສ ແຂວງບໍ່ແຂວງ ແລະ ສະຫາຍ ຫົງແກ້ວ ວິໄນວົງ ເປັນກໍາມະການ ຄະນະກໍາມະການ ປກຊ-ປກສ ແຂວງບໍ່ແກ້ວ.

ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳແຂວງບໍ່ແກ້ວ ກໍຄື ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ໄດ້ນໍາພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໄດ້ສ້າງພື້ນຖານໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ, ເສດຖະກິດ, ວັດທະນະທຳ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບ. ພ້ອມນັ້ນ ຍັງໄດ້ເນັ້ນໜັກໃຫ້ການນໍາແຂວງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເພີ່ມທະວີຄວາມເປັນເຈົ້າການນໍາພາ-ຊີ້ນໍາຕໍ່ຂົງເຂດວຽກງານດັ່ງກ່າວ ໃຫ້ແຂງແຮງ, ມີຈຸດສຸມຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງຫັນກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງກວ່າເກົ່າ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ພາລະບົດບາດຂອງຕົນ ຕິດພັນກັບວຽກງານ 3 ສ້າງ, ແກ້ໄຂສະພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກໍາລັງຫລັກແຫລ່ງທີ່ເຂັ້ມແຂງ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ ແລະ ເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພື້ນຖານ ເພື່ອຮັບປະກັນໃນການປະຕິບັດວຽກງານໃຫ້ມີຄຸນນະພາບສູງສຸດ.

ສໍາລັບບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນ ປະທານ, ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງ; ເຊິ່ງເປັນຕຳແໜ່ງໜຶ່ງ ແລະ ໜ້າທີ່ໜຶ່ງທີ່ມີຄວາມສໍາຄັນໃນການນໍາພາ-ຊີ້ນຳ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ໃນຂັ້ນແຂວງ. ໃນນີ້, ປະທານ ແລະ ກຳມະການຄະນະກຳມະການ ປກຊ-ປກສ ແຂວງ ແມ່ນເປັນການຈັດຕັ້ງໜຶ່ງທີ່ມີບົດບາດສຳຄັນພາຍໃນແຂວງ ແລະ ເປັນເສນາທິການໃຫ້ແກ່ຄະນະກຳມະການ ປກຊ-ປກສ ສູນ ກາງ, ຄະນະພັກແຂວງ ເພື່ອຄົ້ນຄວ້າ, ກຳນົດບັນຫາຍຸດທະສາດກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງທ້ອງຖິ່ນ, ຂອງຊາດ; ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເຄື່ອນໄຫວເພື່ອຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...