Homeຂ່າວຕ່າງປະເທດໂຮງຮຽນເອກະຊົນໃນອັງກິດກຽມໃຊ້ເອໄອສອນແທນມະນຸດເປັນຄັ້ງທຳອິດ

ໂຮງຮຽນເອກະຊົນໃນອັງກິດກຽມໃຊ້ເອໄອສອນແທນມະນຸດເປັນຄັ້ງທຳອິດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 2 ກັນຍາ 2024 ນີ້ວ່າໂຮງຮຽນເອກະຊົນໃນອັງກິດເປີດການຮຽນການສອນໂດຍໃຊ້ເອໄອ (AI) ສອນແທນຄູທີ່ເປັນມະນຸດເປັນຄັ້ງທຳອິດ ໂດຍເຊື່ອວ່າເທັກໂນໂລຍີສຸດລ້ຳນີ້ຈະຊ່ວຍເພີ່ມຄວາມຖືກຕ້ອງ ແລະ ກົງກັບຄວາມຕ້ອງການຂອງນັກຮຽນຫຼາຍຂຶ້ນ.

ການໃຊ້ເອໄອຫຼືປັນຍາປະດິດມາທົດແທນທີ່ຄູ ກຳລັງຈະເກີດຂຶ້ນໃນໂຮງຮຽນເອກະຊົນ ເດວິດ ເກມ ຄຳເລດ ໃນກຸງລອນດອນ ໂດຍຈະໃຊ້ສອນສຳລັບເດັກນ້ອຍອາຍຸ 14-16 ປີ ຫຼື ຊັ້ນຮຽນມັດທະຍົມຕອນປາຍ ໂດຍຈະເລີ່ມການຮຽນການສອນພິເສດໃນເດືອນກັນຍາ 2024ນີ້.

ໂດຍລະບົບເອໄອຈະຮຽນຮູ້ວ່ານັກຮຽນເກັ່ງໃນດ້ານໃດ ແລະ ຕ້ອງການຄວາມຊ່ວເຫຼືອຫຍັງເພີ່ມເຕີມຈາກນັ້ນຈະປັບແຜນການສອນສຳລັບພາກຮຽນດັ່ງກ່າວ ເຊິ່ງໃນຫົວຂໍ້ທີ່ນັກຮຽນມີຄວາມເຂົ້າໃຈຢູ່ແລ້ວຈະຖືກນຳໄປສອນຊ່ວງປາຍພາກ ເພາະບໍ່ຕ້ອງໃຊ້ເວລາດົນ ໃນຂະນະທີ່ຫົວຂໍ້ທີ່ເດັກຍັງມີຄວາມອ່ອນຈະຖືກປັບຂຶ້ນມາສອນກ່ອນ ແລະ ເພີ່ມການສອນໃຫ້ຫຼາຍຂຶ້ນ ເພື່ອແກ້ໄຂຈຸດອ່ອນໃຫ້ເໝາະສົມ.

ຜູ້ອຳນວຍການໂຮງຮຽນດັ່ງກ່າວໄດ້ລະບຸວ່າ: ຍັງມີຄູທີ່ເກັ່ງອີກຫຼາຍ ແຕ່ກໍຍັງມີຂໍ້ຜິດພາດ ແລະ ບໍ່ສາາດທີ່ຈະຮູ້ວ່າເດັກແຕ່ລະຄົນມີປັນຫາການຮຽນໃນເລື່ອງໃດແດ່ ເນື ່ອງຈາກມີນັກຮຍນທີ່ຕ້ອງດູແລເປັນຈຳນວນຫຼາຍ ສຳລັບນັກຮຽນທີ່ຈະລົງຮຽນວິຊາດັ່ງກ່າວຈະຕ້ອງເສຍຄ່າເທີມປະມານ 27,000 ປອນ ຫຼື ປະມານເກືອບ 850 ລ້ານກີບຕໍ່ປີ.

ຢ່າງໃດກໍຕາມຫຼັງຈາກທີ່ມີຂ່າວອອກມາກໍເກີດກະແສວິພາກວິຈານ ແຕ່ທາງໂຮງຮຽນຢືນຢັນວ່າຈະບໍປ່ອຍໃຫ້ນັກຮຽນຮຍນຮູ້ຈາກເອໄອພຽງຢ່າງດຽວເພາະຈະມີຄູຕິດຕາມເພີ່ມອີກ 3 ຄົນທີ່ຄອຍດູແລພຶດຕິກຳຂອງນັກຮຽນຢູ່ແບບຫ່າງໆ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...