Homeຂ່າວພາຍ​ໃນການນຳລົງຕິດຕາມ-ມອບເງິນ ແກ່ບ້ານທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງຫາດຊາຍຟອງ ນວ

ການນຳລົງຕິດຕາມ-ມອບເງິນ ແກ່ບ້ານທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງຫາດຊາຍຟອງ ນວ

Published on

ວັນທີ 30 ສິງຫາ ທີ່ຜ່ານ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ຮອງປະທານຄະນະຄຸ້ມຄອງແຫ່ງຊາດ ຂັ້ນສູນກາງ, ພ້ອມຄະນະ, ໄດ້ລົງພື້ນທີ່ຕົວຈິງທີ່ຖືກຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ພ້ອມທັງໄດ້ມອບເງິນເພື່ອຕອບໂຕ້ສຸກເສີນເບື້ອງຕົ້ນ ໃຫ້ບ້ານທີ່ຖືກກະທົບ ບ້ານລະ 10 ລ້ານກີບ, ພ້ອມດ້ວຍນໍ້າດື່ມ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ.

May be an image of 15 people and text

ຜົນເສຍຫາຍຈາກເຫດການນໍ້າຖ້ວມໃນວັນທີ 28 ສິງຫາທີ່ຜ່ານມາ, ໄດ້ສ້າງຄວາມເສຍຫາຍແກ່ 9 ບ້ານຄື: ບ້ານນາລ້ອງ, ສີມມະໂນໃຕ້, ຄວາຍແດງ, ໜອງພົງ, ຖິ່ນແທ່ນ, ທ່າພະ, ຫາດກັນຊາ, ດອນເກີດ ແລະ ບ້ານສະຫວ່າງ. ໃນນີ້, ຖ້ວມເຮືອນ, ຖ້ວມຜົນລະປູກ ແລະ ເນື້ອທີ່ການຜະລິດ 3 ບ້ານ 25 ຄອບຄົວ, ມີສະມາຊິກຄອບຄົວໄດ້ຮັບຜົນກະທົບ 125 ຄົນ, ຄື: ບ້ານຫາດກັນຊາ 10 ຄອບຄົວ, ບ້ານດອນເກີດ 10 ຄອບຄົວ ແລະ ບ້ານທ່າພະ 5 ຄອບຄົວ.

May be an image of 12 people

ນໍ້າຖວ້ມຜົນລະປູກ ແລະ ເນື້ອທີ່ການຜະລິດຂອງປະຊາຊົນ 9 ບ້ານ, ສ້າງຄວາມເສຍຫາຍຕໍ່ເນື້ອທີ່ນາ 313,56 ເຮັກຕາ, ເນື້ອທີ່ສວນເສຍຫາຍ 59,04 ເຮັກຕາ, ເນື້ອທີ່ໄມ້ໃຫ້ໝາກເສຍຫາຍ 6,64 ເຮັກຕາ (ສຳລັບການປະເມີນມູນຄ່າເສຍຫາຍພາກສ່ວນກະສິກຳ ແລະ ປ່າໄມ້ຍັງສືບຕໍ່ເກັບກຳຂໍ້ມູນ).

No photo description available.

ນອກຈາກນີ້, ຍັງເຮັດໃຫ້ເກີດດິນເຊາະເຈື່ອນ ແລະ ຍຸບໂຕລົງຢູ່ເສັ້ນທາງລະຫວ່າງຫ້ອງການບ້ານທ່າເດື່ອ ຫາຄ້າຍທະຫານເມືອງຫາດຊາຍຟອງ 1 ຈຸດ, ປັດຈຸບັນແມ່ນໄດ້ນຳກຳລັງ, ເຄື່ອງມື, ອຸປະ ກອນ ເຂົ້າແກ້ໄຂສຸກເສີນແລ້ວ.

ຂໍ້ມູນ-ພາບ: ຂ່າວສານ ຮສສ, ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...