spot_img
Homeຄວາມງາມເທັກ​ນິກ​ການ​ທາ​ເລັບໃຫ້ງາມ

ເທັກ​ນິກ​ການ​ທາ​ເລັບໃຫ້ງາມ

Published on

4687

    ຫລາຍ​ຄົນ​ມີ​ບັນຫາ​ກັບ​ການ​ທາ​ເລັບ ເອີ້ນ​ໄດ້​ວ່າ​ຢາກ​ງາມ​ຕ້ອງ​ຍອມ​ເສຍ​ເງີນ​ເຂົ້າ​ຮ້ານ​ເຮັດ​ເລັບ​ແພງໆ ບໍ່​ກ້າ​ທີ່​ຈະ​ແຕ່ງ​ເລັບ​ທາ​ເລັບ​ດ້ວຍ​ຕົວ​ເອງ ແຕ່​ອັນ​ທີ່​ຈິງ​ແລ້ວ ການ​ທາ​ເລັບ​ເປັນ​ເລື່ອງ​ງ່າຍ​ນິດ​ດຽວ… ພຽງ​ແຕ່​ຕ້ອງ​ມີ​ເທັກ​ນິກ​ການ​ທາ​ເລັບ​ຈັກ​ເລັກນ້ອຍ​ ຈະ​ງ່າຍ​ເທົ່າ​ໃດ ມາ​ເບິ່ງ​ກັນ​ເລີຍ!

ເທັກ​ນິກ​ການ​ທາ​ເລັບ

1.ບີບ​ນ້ຳໝາກ​ນາວ ​ຫລື ​ນ້ຳ​ສົ້ມ​ສາຍ​ຊູ​ລົງ​ໃນ​ອ່າງ​ນ້ຳ ປະ​ໄວ້​ຈັກ​ໝ້ອຍໜຶ່ງ ແລ້ວ​ນຳ​ມື​ລົງ​ໄປ​ແຊ່ ຈະ​ຊ່ວຍ​ໃຫ້​ເລັບ​ອ່ອນ​ນຸ່ມ​ຂຶ້ນ
2.ໃຊ້​ນ້ຳ​ຢາ​ເຄືອບ​ເລັບ​ໃນ​ຊັ້ນ​ທຳອິດ ເພື່ອ​ເປັນ​ການ​ເບິ່ງແຍງ​ເລັບ​ຂັ້ນ​ຕົ້ນ ເພາະ​ຫາກ​ເຮົາ​ທາ​ເລັບ​ສີ​ຈັດ ຈະ​ເຮັດໃຫ້​ເລັບ​ເຫລືອງ​ໄດ້
3.ການ​ລົງ​ສີ​ທາ​ເລັບ ບໍ່​ຄວນ​ທາ​ເກີນ 3 ເທື່ອ ເພາະ​ສີ​ຈະ​ຈັບ​ເປັນ​ກ້ອນ​ບໍ່​ລຽບ​ສະເໝີ​ກັນ ແລະ​ ຢ່າ​ລົງ​ສີ​ເລັບ​ເກີນ 2 ຊັ້ນ​ເພາະ​ຈະ​ເບິ່ງ​ໜາ​ຈົນ​ເກີນ​ໄປ
      ຫລັງ​ຈາກ​ລົງ​ສີ​ທາ​ເລັບ​ຮຽບຮ້ອຍ​ແລ້ວ ຄວນ​ປິດ​ທ້າຍ​ດ້ວຍ​ການ​ທາ​ນ້ຳ​ຢາ​ເຄືອບ​ເລັບ ເພາະ​ຈະ​ຊ່ວຍ​ເພີ່ມ ຄວາມ​ເງົາ​ງາມ ວິບ​ວັບ​ໃຫ້​ກັບ​ເລັບ ແລະ​ ຍັງ​ປ້ອງ​ກັນ​ສີ​ເລັບ​ຈາງ​ຈາກ​ແສງ​ແດດ​ໄດ້

ການ​ເກັບ​ນ້ຳ​ຢາ​ທາ​ເລັບ​ທີ່​ດີ​ໃຫ້​ຢູ່​ກັບ​ເຮົາ​ໄດ້​ດົນ​ໆ ຈະ​ຕ້ອງ​ປິດ​ຝາ​ໃຫ້​ສະນິດ​ ແລະ​ ເກັບ​ໄວ້​ໃນ​ທີ່​ເຢັນ ຫ່າງ​ໄກ​ແສງ​ແດດ ຢ່າງ​ເຊັ່ນ ໃນ​ຕູ້​ເຢັນ ການ​ເລືອກ​ຢາ​ທາ​ເລັບ ຄວນ​ເບິ່ງສ່ວນ​ປະສົມ​ດ້ວຍ ນັ້ນ​ຄື ຢາ​ທາ​ເລັບ​ທີ່​ດີ​ບໍ່​ຄວນ​ມີ​ແອວ​ກໍ​ຮໍເພາະ​ວ່າ​ແອວ​ກໍ​ຮໍຈະ​ເປັນ​ຕົວ​ເຮັດໃຫ້​ຜິວ​ເລັບ​ແຫ້ງ ແລະ ​ຜ່ອຍ​ງ່າຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...