Homeຂ່າວຢາເສບຕິດກັກຕົວກຸ່ມໄວລຸ້ນ ມົ້ວສຸມສິ່ງເສບຕິດ ທີ່ບ້ານຊ້າຍ ເມືອງໄຊເສດຖາ ແຂວງອັດຕະປື

ກັກຕົວກຸ່ມໄວລຸ້ນ ມົ້ວສຸມສິ່ງເສບຕິດ ທີ່ບ້ານຊ້າຍ ເມືອງໄຊເສດຖາ ແຂວງອັດຕະປື

Published on

ແຫຼ່ງຂ່າວຈາກແຂວງອັດຕະປື ໃຫ້ຮູ້ວ່າ: ໃນວັນທີ 26 ສິງຫາທີ່ຜ່ານມາ, ທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ, ແຂວງອັດຕະປື ໄດ້ມີການສຶກສາອົບຮົມກຸ່ມໄວໜຸ່ມທີ່ມົ້ວສຸມສິ່ງເສບຕິດ, ໂດຍການເປັນປະທານຂອງທ່ານ ພັນໂທ ບຸນດົ້ງ ພິຈິດ ຮອງກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານ, ພໍ່ແມ່ຜູ້ປົກຄອງ ແລະ ເປົ້າໝາຍກຸ່ມມົ້ວສຸມສິ່ງເສບຕິດເຂົ້າຮ່ວມ.

May be an image of 3 people, dais and text

ທ່ານ ພັນຕີ ທອງພູນ ພຸດທະພັນ ຫົວໜ້າພະແນກຕຳຫລວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ໄດ້ໃຫ້ຮູ້ວ່າ: ໃນວັນທີ 23 ສິງຫາ 2024 ຜ່ານມາ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ເມືອງໄຊເສດຖາ ໄດ້ຮັບແຫລ່ງຂ່າວຈາກພົນລະເມືອງດີວ່າ: ມີໄວໜຸ່ມຈໍານວນໜຶ່ງມົ້ວສຸມສິ່ງເສບຕິດ. ດັ່ງນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ປະສານກັບ ປກສ ກຸ່ມບ້ານໂພໄຊ ແລະ ອົງການຈັດຕັ້ງບ້ານຊ້າຍ ພ້ອມກັນລົງກວດກາຕົວຈິງຢູ່ທີ່ເຮືອນຂອງນາງ ຈັນສະໄໝ ອາຍຸ 58 ປີ, ອາຊີບປະຊາຊົນ, ບ້ານຊ້າຍ ເຫັນວ່າມີມູນຄວາມຈິງແທ້ ຈິ່ງໄດ້ເຂົ້າກັກຕົວກຸ່ມໄວໜຸ່ມ 21 ຄົນ ຍິງ 17 ຄົນ ແລະ ຢຶດຂອງກາງປະກອບ ມີ: ຢາສູບໄຟຟ້າ 8 ອັນ, ຄໍລາເຈນ 26 ຊອງ, ນ້ຳກະທ່ອມຕົ້ມຈຳນວນ 1 ໝໍ້.

ຜ່ານການສືບສວນ-ສອບສວນ ຢ່າງລະອຽດ, ພາວະວິໄສ ແລະ ຖືກຕ້ອງຕາມກົດໝາຍ ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ມີການຊຸມແຊວດື່ມເບຍ ແລະ ດື່ມນ້ຳກະທ່ອມແທ້. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວກຸ່ມມົ້ວສຸມສິ່ງເສບຕິດດັ່ງກ່າວ ມາທໍາການສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກ ເພື່ອບໍ່ໃຫ້ມີການກັບຄືນໄປເຮັດໃນສິ່ງທີ່ບໍ່ດີນັ້ນອີກ.

May be an image of 8 people and text

ໂອກາດດັ່ງກ່າວ, ທ່ານ ພັນໂທ ບຸນດົ້ງ ພິຈິດ ໄດ້ໂອ້ລົມ ເພື່ອເປັນການສຶກສາອົບຮົມ ແລະ ກ່າວເຕືອນ ຕໍ່ກຸ່ມເປົ້າໝາຍ ໃຫ້ຮູ້ເຖິງຄວາມຜິດຂອງຕົນເອງ ເພື່ອບໍ່ໃຫ້ກະທຳຊ້ຳອີກ ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ ຕ້ອງໄດ້ເອົາໃຈໃສ່ຕິດຕາມການເຄື່ອນໄຫວຂອງລູກຫລານຢ່າງໃກ້ຊິດ, ຮຽກຮ້ອງໃຫ້ລູກຫລານຜູ້ທີ່ຍັງໜຸ່ມນ້ອຍ, ທີ່ເປັນກໍາລັງແຮງອັນສໍາຄັນຂອງປະເທດຊາດ ຈົ່ງຢ່າໄດ້ໄປມົ້ວສຸມກັບສິ່ງເສບຕິດອີກ ເພາະວ່າຖ້າຕິດສິ່ງເສບຕິດຂຶ້ນມາ ກໍຈະພາໃຫ້ເສຍເງິນ, ເສຍສຸຂະພາບ ແລະ ເສຍອະນາຄົດ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...