Homeຂ່າວພາຍ​ໃນກຽມຄວາມພ້ອມໃນການກວດກາ ແລະ ລົບລ້າງກຸ່ມສໍ້ໂກງຊັບທາງໂທລະຄົມ

ກຽມຄວາມພ້ອມໃນການກວດກາ ແລະ ລົບລ້າງກຸ່ມສໍ້ໂກງຊັບທາງໂທລະຄົມ

Published on

ອົງການປົກຄອງເເຂວງບໍ່ເເກ້ວ ຮ່ວມກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ຄະນະຄຸ້ມຄອງ-ສະພາບໍລິຫານ ເເລະ ຄະນະປະສານງານທະຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ ຈັດກອງປະຊຸມປຶກສາຫາ ລືການກຽມຄວາມພ້ອມໃນການຈັດຕັ້ງປະຕິບັດດໍາເນີນການກວດກາ ແລະ ລົບລ້າງກຸ່ມສໍ້ໂກງຊັບທາງໂທລະຄົມ ຫລື Call Center ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃນຕອນເຊົ້າວັນທີ 26 ສິງຫາ 2024 ຢູ່ຫ້ອງປະຊຸມໂຮງເເຮມດາວດອກງີ້ວຄໍາ ເມືອງຕົ້ນເຜິ້ງ ເເຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຂອງ ພົນຕີ ສາຍໃຈ ກົມມະສິດ ຮອງເຈົ້າເເຂວງໆ ບໍ່ເເກ້ວ, ມີພັນເອກ ອານຸສີນ ສັກປະເສີດ ຫົວຫນ້າກອງບັນຊາການ ປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດສາມຫລ່ຽມຄໍາ, ທ່ານ ຫວາງເອີ້ປາວ ຜູ້ອຳນວຍການໃຫ່ຍກຸ່ມບໍລິສັດ ດອກງິ້ວຄຳ, ມີນາຍເເລະພົນທະຫານ, ນາຍເເລະພົນຕໍາຫລວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ພັນເອກ ອານຸສີນ ສັກປະເສີດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການກຽມຄວາມພ້ອມໃນການຈັດຕັ້ງປະຕິບັດດໍາເນີນ ການກວດກາ ແລະ ລົບລ້າງກຸ່ມສໍ້ໂກງຊັບທາງໂທລະຄົມ ຫລື Call Center ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊີ່ງການຈັດກອງປະຊຸມຄັ້ງນີ້ເເມ່ນສຶບຕໍ່ປະຕິບັດຕາມບົດບັນທຶກກອງປະຊຸມ ການດໍາເນີນການລົບລ້າງກຸ່ມສໍ້ໂກງທາງໂທລະຄົມ ຫລື CallCenter ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາທີ່ຈັດຂື້ນ ຄັ້ງວັນທີ 09 ສິງຫານີ້ ໂດຍມີການວາງເເຜນການຢ່າງລະອຽດ ເເລະ ຮັດກຸມ ເພື່ອຮັບປະກັນຄວາມປອດໄພ ເເລະ ມີຜົນສໍາເລັດຕາມລະດັບຄາດຫມາຍທີ່ວາງໄວ້

ໃນນີ້ສະເພາະວິທີ ການຈັດຕັ້ງປະຕິບັດໄດ້ແບ່ງກໍາລັງອອກເປັນ 04 ຈຸເພື່ອລົງເຄື່ອນໄຫວຕົວຈິງ, ໃນນີ້ສະເພາະເຈົ້າໜ້າທີ່ ກໍາລັງປ້ອງກັນຊາດ ແມ່ນເຂົ້າຮ່ວມຊ່ວຍໜູນການຄວບຄຸມສະຖານທີ່ ແລະ ຮັກສາຄວາມສະຫງົບປອດໄພຂອງສະຖານ ແລະ ແກ້ໄຂບັນຫາສຸກເສີນຕາມແຕ່ລະກໍລະນີ, ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແມ່ນເຮັດວຽກລົງເລິກການຄວບຄຸມສະຖານທີ່ ແລະ ບຸກຄົນ, ສືບສວນສອບສວນ, ກວດກາສະຖານທີ່, ບຸກຄົນ, ເອກະສານຕ່າງໆ ຂອງບໍລິສັດ ແລະ ບຸກຄົນຂອງຜູ້ບໍລິຫານ ແລະ ແຮງງານ ແລະ ເຄື່ອງອຸປະກອນຕ່າງໆ ເປັນຕົ້ນຕໍ ຕາມຫຼັກການວຽກງານວິຊາສະເພາະຂອງຕົນ, ຖ້າພົບເຫັນບັນຫາເຊິ່ງໜ້າກໍ່ແກ້ໄຂຕາມລະບຽບກົດໝາຍ ,ສ່ວນເຈົ້າໜ້າທີ່ດ່ານ ຕໍາຫລວດກວດຄົນເຂົ້າເມືອງ ຫລື ຕມ ທີ່ປະຈໍາດ່ານສາກົນສາມຫຼ່ຽມຄໍາ ເປັນຜູ້ກວດກາ ແລະ ປະສານງານບໍລິສັດ ທີ່ນໍາເອົາແຮງງານຕ່າງ ປະເທດທີ່ເຂົ້າຜ່ານດ່ານສາກົນສາມຫຼ່ຽມຄໍາ ທີ່ມີເງິນຄໍ້າປະກັນ ເພື່ອຈັດສົ່ງເຂົາເຈົ້າກັບຄືນປະເທດ ເເລະ ວຽກງານປີ່ນອ້ອມອື່ນໆ.

ແຫຼ່ງຂ່າວຈາກ: LNR

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...