Homeຂ່າວພາຍ​ໃນສານຕັດສິນ ຊາຍທຳຮ້າຍຜູ້ຍິງ ກາງງານບຸນກິນຈຽງທີ່ຊຽງຂວາງ

ສານຕັດສິນ ຊາຍທຳຮ້າຍຜູ້ຍິງ ກາງງານບຸນກິນຈຽງທີ່ຊຽງຂວາງ

Published on

ໃນວັນທີ 22 ສິງຫາທີ່ຜ່ານມາ, ຄະນະສານອາຍາຂັ້ນຕົ້ນແຂວງຊຽງຂວາງ ໄດ້ນຳຈຳເລີຍ 1 ຄົນ ຊື່ທ້າວ ກົວຫາ, ອາຍຸ 20 ປີ ຢູ່ບ້ານໂງຍ, ເມືອງແປກ, ແຂວງຊຽງຂວາງ ຖືກກັກຕົວໃນວັນທີ 14 ມັງກອນ 2024 ໃນສະຖານທຳຮ້າຍຮ່າງກາຍ ທາລຸນແມ່ຍິງ ແລະ ເດັກ ມາຕັດສິນໂທດຕາມລະບຽບກົດໝາຍ.ຕາມການລາຍງານຂອງສານໃຫ້ຮູ້ວ່າ: ທ້າວ ກົວຫາ (ຈໍາເລີຍ) ໄດ້ລົງມືທຳຮ້າຍຮ່າງກາຍຜູ້ເປັນເມຍ ຊື່ນາງ ເຢັງກື, ອາຍຸ 16 ປີ, ຢູ່ບ້ານນາດີ, ເມືອງແປກ, ແຂວງຊຽງຂວາງ ຢູ່ສະຖານທີ່ບຸນກິນຈຽງເຜົ່າມົ້ງ ບ້ານຍວນ, ເມືອງແປກ, ແຂວງຊຽງຂວາງ ຈົນເປັນທີ່ໂດ່ງດັງໃນສື່ອອນລາຍ.ຕາມການຊັກຖາມທັງໂຈດ ແລະ ຈຳເລີຍໄດ້ໃຫ້ຮູ້ວ່າ: ທັງສອງໄດ້ແຕ່ງງານ ແລະ ຢູ່ກິນນຳກັນຕັ້ງແຕ່ປີ 2022 ເປັນຕົ້ນມາ, ໂດຍໄລຍະຜ່ານມາໄດ້ມີການຜິດຖຽງ ແລະ ຖືກທ້າວ ກົວຫາ(ຈຳເລີຍ) ທຳຮ້າຍຮ່າງກາຍມາຕະຫຼອດ, ຈຶ່ງໄດ້ກັບມາຢູ່ນໍາພໍ່ແມ່, ເພື່ອລໍຖ້າອຳນາດການປົກຄອງບ້ານ ແລະ ຍາດພີ່ນ້ອງທັງສອງຝ່າຍມາສຶກສາອົບຮົມ.ເຊິ່ງໃນມື້ເກີດເຫດ ວັນທີ 14 ມັງກອນທີ່ຜ່ານມາ, ນາງເຢັງກື ໄດ້ໄປຫຼິ້ນບຸນກິນຈຽງກັບນ້ອງສາວສອງຄົນ, ໄດ້ພາກັນຍ່າງເລາະຖ່າຍຮູບ ແລະ ເບິ່ງເຕະບານ, ຈາກນັ້ນມີຜູ້ຊາຍຍ່າງເຂົ້າມາຂໍເບີ ແຕ່ຕົນເອງໄດ້ປະຕິເສດ ແລະ ບອກວ່າມີຜົວແລ້ວ.ເຊິ່ງໃນເວລານັ້ນ ໝູ່ທ້າວກົວຫາ ໄດ້ມາເຫັນ ແລະ ແຊັດໄປບອກທ້າວກົວຫາ ບອກວ່າເຫັນເມຍເຈົ້າລົມກັບຜູ້ບ່າວ, ພໍໄດ້ຮູ້ຂ່າວ ທ້າວກົວຫາ ຈຶ່ງໄປສະຖານທີ່ດັ່ງກ່າວ, ພໍໄປຮອດກໍເຫັນຜູ້ຊາຍຢືນຢູ່ຂ້າງເມຍຂອງຕົນ, ຄິດວ່າເມຍມີຊູ້ ຈຶ່ງໄດ້ຍ່າງເຂົ້າໄປທຳຮ້າຍຮ່າງກາຍ, ໂດຍໃຊ້ກຳປັ້ນ, ໃຊ້ຕີນເຕະ, ໃຊ້ຂວດເຄື່ອງດື່ມດຶກໃສ່, ໃຊ້ຄັນຮົ່ມຟາດໃສ່ຮ່າງກາຍຈຳນວນຫຼາຍຄັ້ງ ແລະ ໃຊ້ເສື້ອຟາດຕາມທາງ ໃນງານບຸນກິນຈຽງ ຈົນເຮັດໃຫ້ນາງເຢັງກື ໄດ້ຮັບບາດເຈັບສາຫັດ.ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວມາດຳເນີນຄະດີ, ເຊິ່ງການກະທຳດັ່ງກ່າວນີ້ເປັນການກະທຳຜິດທາງອາຍາ ໃນຂໍ້ຫາທຳຮ້າຍຮ່າງກາຍຕາມມາດຕາ 194 ວັກ 1 ແລະ ການກະທຳຜິດຕໍ່ເດັກຕາມມາດຕາ 65 ຂໍ້ 6 ຕາມປະມວນກົດໝາຍອາຍາ, ດ້ວຍເຫດນີ້ຄະນະສານອາຍາແຂວງຊຽງຂວາງຈຶ່ງໄດ້ຕັດສິນຄະດີເລື່ອງນີ້ ຕໍ່ໜ້າປະຊາຊົນເປັນຂັ້ນຕົ້ນ, ໂດຍສ່ອງໜ້າໂຈດ ທາງແພ່ງ ແລະ ຈຳເລີຍບອກວ່າ ທ້າວກົວຫາ(ຈຳເລີຍ) ມີຄວາມຜິດທາງອາຍາ ໃນຂໍ້ຫາທຳຮ້າຍຮ່າງກາຍທາລຸນແມ່ຍິງ ແລະ ເດັກ ລົງໂທດຕັດອິດສະລະພາບ 3 ປີ 6 ເດືອນ ແລະ ປັບໄໝ 10 ລ້ານກີບໃຫ້ຈຳເລີຍຮັບຜິດຊອບປົວແປງ ກຽດສັກສີ, ຄ່າປິ່ນປົວ, ຄ່າທຳອູ່ສູ່ຂວັນ ແລະ ຄ່າສິ້ນເປືອງຕ່າງໆໃຫ້ແກ່ໂຈດທາງແພ່ງ ລວມທັງໝົດຈຳນວນ 33,331,000 ກີບ

ຂ່າວ: ປກສ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...