Homeຂ່າວຕ່າງປະເທດແມ່ຕູ້ຊາວອັງກິດອາຍຸ 102 ປີສະຫຼອງວັນເກີດໂດຍການໂດດຈ້ອງຈາກເຮືອບິນ

ແມ່ຕູ້ຊາວອັງກິດອາຍຸ 102 ປີສະຫຼອງວັນເກີດໂດຍການໂດດຈ້ອງຈາກເຮືອບິນ

Published on

ສຳນັັກຂ່າວຕ່າງປະເທດລາຍງານໃນວັນທີ 26 ສິງຫາ 2024 ນີ້ວ່າ, ແມ່ຕູ້ຊາວອັງກິດທີ່ຊື່ວ່າ ແມນເນັດ ເບວລີ ໄດ້ສະຫຼອງຄົບຮອບວັນເກີດອາຍຸ 102 ປີ ດ້ວຍການໂດດຈ້ອງພ້ອມມີຄູຝຶກລົງມາຈາກເຮືອບິນ ສ້າງສະຖິຕິເປັນຊາວອັງກິດທີ່ມີອາຍຸຫຼາຍທີ່ສຸດໃນການໂດດຈ້ອງໃນລັກສະນະແບບນີ້.

ແມນເນັດ ເບວລີ ໄດ້ເລົ່າຄວາມຮູ້ສຶກຫຼັງໄດ້ໂດດຈ້ອງວ່າ: ມີຄວາມຮູ້ສຶກດີໃຈຫຼາຍ ເພາະມັນເປັນຄວາມຝັນທີ່ຕັ້ງໃຈລໍຖ້າ ຊຶ່ງໃນວິນາທີທີ່ປະຕູເຮືອບິນເປີດອອກ ຕ້ອງໄດ້ຕັດສິນໃຈຕ້ອງໂດດລົງໄປເທົ່ານັ້ນ ແລະ ຂ້ອຍກໍເຮັດມັນໄດ້ ຫຼັງຈາກແມ່ຕູ້ໄດ້ລົງສູ່ພຶ້ນຢ່າງປອດໄພ ກໍໄດ້ຮັບຊໍ່ດອກໄມ້ ແລະ ໃບຢ້ງຢືນພ້ອມທັງສຽງຕົບມືຈາກກອງເຊີຍທີ່ມາໃຫ້ກຳລັງໃຈຢ່າງຫຼວງຫຼາຍ.

ນອກຈາກຈະສ້າງສະຖິຕິແລ້ວ ຍັງສາມາດລະດົມເງິນບໍລິຈາກໄດ້ເຖິງ 9000 ປອນ ຫຼື ປະມານ ເກືອບ 300 ລ້ານກີບ ເພື່ອມອບໃຫ້ໜ່ວຍງານການກຸສົນເຊັ່ນ: ໜ່ວຍງານສຸກເສີນທາງອາກາດ ລວມທັງສະມາຄົນໂຣກທາງປະສາດ ແລະ ໜ່ວຍງານການກຸສົນອື່ນໆອີກດ້ວຍ.

ຢ່າງໃດກໍຕາມແມ່ຕູ້ ເບວລີ ເຄີຍສະຫຼອງວັນເກີດຄົບຮອບ 100 ປີມາແລ້ວໂດຍການຂັບລົດແຂ່ງເຟີຣາຣີ້ດ້ວຍຄວາມໄວ 209 ກິໂລແມັດຕໍ່ຊົ່ວໂມງ ທີ່ສະໜາມຊິວເວີສະໂຕນອີກດ້ວຍ.

ແຫຼ່ງຂ່າວ:skynews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...