Homeຂ່າວພາຍ​ໃນລາວ ເປັນເຈົ້າພາບຈັດການແຂ່ງຂັນກິລາໝາກເສິກ ເຍົາວະຊົນ-ຊາວໜຸ່ມຊີງແຊັມອາຊຽນ 2024

ລາວ ເປັນເຈົ້າພາບຈັດການແຂ່ງຂັນກິລາໝາກເສິກ ເຍົາວະຊົນ-ຊາວໜຸ່ມຊີງແຊັມອາຊຽນ 2024

Published on

ການແຂ່ງຂັນກິລາໝາກເສິກ ລະດັບເຍົາວະຊົນ-ຊາວໜຸ່ມ ຮຸ່ນອາຍຸ 20 ປີລົງມາ ແລະ ຮຸ່ນອາຍຸ 50 ປີ ຂຶ້ນໄປ ຊີງແຊ໋ມອາຊຽນ ປະຈຳປີ 2024 ໂດຍສປປ ລາວ ຮັບກຽດເປັນເຈົ້າພາບ ໄດ້ເປີດສາກຂຶ້ນຢ່າງເປັນທາງການແລ້ວ ໃນວັນທີ 22 ສິງຫາ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ອີກນາຕຸດ ລີອອງ (Ignatius Leong) ປະທານສະຫະພັນກິລາໝາກເສິກອາຊຽນ, ທ່ານ ສັນຍາ ປຣະເສີດ ປະທານຄະນະກຳມະການ ການຕ່າງປະເທດ ສະພາແຫ່ງຊາດລາວ ທັງເປັນທີ່ປຶກສາກິດຕິມະສັກສະຫະພັນກິລາໝາກເສິກແຫ່ງຊາດລາວ ແລະ ທ່ານ ອິນທະວາ ວິລະວັນ ຮອງປະທານ-ເລຂາທິການສະຫະພັນກິລາໝກເສິກແຫ່ງຊາດລາວ ທັງເປັນກຳມະການຕັດສິນສາກົນກິລາໝາກເສິກໂລກ ແລະ ຮອງປະທານໝາກເສິກອາຊຽນ ພ້ອມດ້ວຍບັນດາຄະນະນຳກິລາໝາກເສິກ 9 ຊາດ, ຄູຝຶກ ແລະ ນັກກິລາຢ່າງພ້ອມພຽງ.

May be an image of 10 people and text

ໃນພິທີ, ທ່ານ ອິນທະວາ ວິລະວັນ ລາຍງານໃຫ້ຮູ້ວ່າ: ມື້ນີ້ ວັນທີ 22 ສິງຫາ 2024 ເປັນມື້ປະຫວັດສາດອັນໜຶ່ງໃນບາດກ້າວໃໝ່ ຂອງການພັດທະນາກິລາໝາກເສິກລາວ ການແຂ່ງຂັນລາຍການດັ່ງກ່າວ ເປັນການໝູນວຽນກັນໃນບັນດາປະເທດຂົງເຂດອາຊຽນ ນັບມາຮອດປັດຈຸບັນ ຊຶ່ງເປັນຄັ້ງທີ 23 ແລ້ວ ໂດຍຄັ້ງນີ້ເປັນການຮ່ວມມືກັນລະຫວ່າງ ສະຫະພັນກິລາໝາກເສິກອາຊຽນ ຮ່ວມກັບ ສະຫະພັນກິລາໝາກເສິກແຫ່ງຊາດລາວ ມີນັກກິລາເຂົ້າຮ່ວມທັງໝົດເກືອບ 200 ຄົນ ຈາກ 9 ປະເທດເຂົ້າຮ່ວມ ແລະ ຈະມີການຊີງໄຊທັງໝົດ 3 ລາຍການ.

May be an image of 5 people and dais

ໃນນັ້ນ ມີນັກກິລາຈາກ ສສ ຫວຽດນາມ ສົ່ງເຂົ້າຮ່ວມຫຼາຍກວ່າທຸກຊາດເຖິງ 120 ກວ່າຄົນ ສ່ວນ ສປປ ລາວ ແມ່ນສົ່ງນັກກິລາເຂົ້າຮ່ວມ 17 ຄົນ ແລະ ໃນຈຳນວນ 17 ຄົນ ແມ່ນນັກກິລາເຍົາວະຊົນທີ່ນອນໃນເປົ້າໝາຍກິລາໝາກເສິກທີມຊາດ ລາຍການນີ້ ເປັນການແຂ່ງຂັນແບບສະສົມຄະແນນ.

May be an image of 14 people, chess and text

ຫຼັງຈາກນີ້ ສປປ ລາວ ພວກເຮົາ ກໍຍັງຈະໄດ້ສືບຕໍ່ຮັບກຽດເປັນເຈົ້າພາບ ຈັດແຂ່ງຂັນກິລາໝາກເສິກລະດັບນານາຊາດ ຫຼື ລາຍການ ລາວ ອິນເຕີເນເຊິນນອນ ຄັ້ງທີ 3 ລະຫວ່າງວັນທີ 1-7 ກັນຍາ 2024 ທີ່ສູນການຄ້າສາກົນ ພາກຊັນ ອີກດ້ວຍ.

ພາບ-ຂ່າວໂດຍ: ສົງການ ພັນແພງດີ, ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...