Homeຂ່າວຕ່າງປະເທດຍີ່ປຸ່ນ ສັ່ງຂ້າໄກ່ 4 ພັນກ່ວາໂຕ ຫລັງພົບການລະບາດໄຂ້ຫວັດສັດປີກ

ຍີ່ປຸ່ນ ສັ່ງຂ້າໄກ່ 4 ພັນກ່ວາໂຕ ຫລັງພົບການລະບາດໄຂ້ຫວັດສັດປີກ

Published on

557000014886801

 

ທາງການຍີ່ປຸ່ນສັ່ງຂ້າໄກ່ປະມານ 4,000​ ໂຕ ໃນຟາມແຫ່ງໜຶ່ງທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ໃນມື້ນີ້

(16 ທັນວາ) ຫລັງກວດພົບການແຜ່ລະບາດຂອງໄຂ້ຫວັດສັດປີກ.

 

ກະຊວງກະສິກຳຂອງຍີ່ປຸ່ນໄດ້ຖະແຫລງວ່າ ຈາກການກວດພົບເຊື້ອໄວຣັສສາຍພັນ H5 ໃນຟາມໄກ່ທີ່ແຂວງມິຢາ

ຊາກິ ໂດຍເຈົ້າຂອງຟາມໄດ້ແຈ້ງວ່າ ມີສັດປີກໃນຟາມຕາຍກະທັນຫັນເຖິງ 20 ໂຕ ໃນໄລຍະ 2 ມື້ທີ່ຜ່ານມາ.

 

ກໍລະນີການຕິດເຊື້ອດັ່ງກ່າວນີ້ ຖືເປັນການພົບເຊື້ອໄຂ້ຫວັດສັດປີກລະບາດຄັ້ງທຳອິດໃນຍີ່ປຸ່ນນັບຕັ້ງແຕ່ເດືອນ

ເມສາເປັນຕົ້ນມາ, ທາງດ້ານເຈົ້າໜ້າທີ່ຂອງແຂວງມິຢາຊາກິ ເຊິ່ງຕັ້ງຢູ່ໃນເກາະຄິວຊູ ໄດ້ສັ່ງປິດຟາມໄກ່ທີ່ພົບສັດ

ປີກຕິດເຊື້ອ ລວມເຖິງຟາມໄກ່ໃກ້ຄຽງ ແລະ ຫ້າມເຄື່ອນຍ້າຍສັດປີກ ຈົນກ່ວາພື້ນທີ່ດັ່ງກ່າວຈະຖືກກຳນົດໃຫ້ກາຍ

ເປັນເຂດອະເຊື້ອ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...