Homeຂ່າວພາຍ​ໃນພົບກະທຽມປອມເຮັດມາຈາກປູນ ທີ່ປະເທດອິນເດຍ

ພົບກະທຽມປອມເຮັດມາຈາກປູນ ທີ່ປະເທດອິນເດຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເມື່ອບໍ່ດົນານີ້, ຜູ້ເສຍຫາຍລາຍໜຶ່ງໄດ້ເເຈ້ງຕໍ່ເຈົ້າໜ້າທີ່ວ່າ ຖືກຫຼອກຂາຍກະທຽມປອມ ທີ່ເຮັດມາຈາກປູນໃຫ້ແກ່ຕົນເອງ, ເຊິ່ງເຫດການເກີດຂຶ້ນທີ່ເມືອງອະໂຄລາ, ລັດມະຫາລາດລະ, ຜູ້ເສຍຫາຍໄດ້ເລົ່າວ່າ: ຕົນໄດ້ຊື້ກະທຽມ 250 ກຣາມຈາກພໍ່ຄ້າແຄມທາງ, ເພື່ອຈະນຳມາເຮັດອາຫານ.

ແຕ່ເມື່ອປອກກະທຽມເພື່ອກຽມເຮັດອາຫານ ຮູ້ສຶກວ່າແກະເປືອກອອກຍາກ, ຈຶ່ງພະຍາຍາມປາດກະທຽມ, ແຕ່ແລ້ວກໍພົບວ່າ: ມັນເປັນກະທຽມປອມ ທີ່ເຮັດມາຈາກປູນຊີເມັນເຄືອບຢູ່ດ້ານນອກ, ໂດຍນໍາມາປັ້ນຫຼໍ່ເປັນຮູບກະທຽມ.

ເມື່ອເປັນດັ່ງນັ້ນ, ລາວໄດ້ເອົາກະທຽມທັງໝົດທີ່ຊື້ມາແກະເບິ່ງພົບວ່າໃນຖົງດັ່ງກ່າວມີກະທຽມແທ້ ແລະ ປອມປະປົນກັນ, ເຊິ່ງລາວກໍບໍ່ສາມາດແຍກອອກໄດ້ເລີຍວ່າຖືກຕົວະຂາຍ, ເພາະຕອນຊື້ກໍບໍ່ໄດ້ຈັບເບິ່ງທຸກອັນ ແລະ ບໍ່ຄາດຄິດວ່າຈະຖືກຫຼອກດ້ວຍວິທີນີ້. ອິນເດຍກຳລັງປະເຊີນກັບລາຄາກະທຽມສູງຂຶ້ນຢ່າງຕໍ່ເນື່ອງໃນໄລຍະໜຶ່ງອາທິດທີ່ຜ່ານມາ. ເຊິ່ງສູງຂຶ້ນເກືອບ 3 ເທົ່າຂອງລາຄາເກົ່າ.

ຂ່າວ: IndiaToday

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...