Homeຂ່າວພາຍ​ໃນມ້າງກຸ່ມຄໍເຊັນເຕີ 771 ຄົນ ລວມ 15 ສັນຊາດ ທີ່ເຂດສາມຫຼ່ຽມຄຳ

ມ້າງກຸ່ມຄໍເຊັນເຕີ 771 ຄົນ ລວມ 15 ສັນຊາດ ທີ່ເຂດສາມຫຼ່ຽມຄຳ

Published on

ໃນວັນທີ 12 ສິງຫາ ທີ່ຜ່ານມາ, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼຽມຄໍາ ນໍາພາໂດຍທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼຽມຄຳ ພ້ອມຄະນະ ສົມທົບກັບຄະນະປະສານງານປ້ອງກັນຊາດປະຈຳເຂດ, ໜ່ວຍງານຮັກສາຄວາມປອດໄພຝ່າຍລາວ ແລະ ໜ່ວຍງານຮັກສາຄວາມປອດໄພຝ່າຍຈີນ ລວມກຳລັງທັງໝົດ 205 ຄົນ ລົງມ້າງກຸ່ມແກ້ງເຄືອຄ່າຍສໍ້ໂກງຊັບທາງໂທລະຄົມ (ຄໍເຊັນເຕີ) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼຽມຄຳ ພ້ອມກັນ 3 ຈຸດ.

May be an image of 8 people

ສາມາດກັກຕົວຜູ້ຖືກຫາ ໄດ້ທັງໝົດ 771 ຄົນ ຍິງ 282 ຄົນ ລວມມີ 15 ສັນຊາດຄື: ສັນຊາດລາວ 275 ຄົນ, ຍິງ 143 ຄົນ, ມຽນມາ 231 ຄົນ, ຍິງ 93 ຄົນ, ຈີນ 106 ຄົນ, ຍິງ 5 ຄົນ, ຟີລິບປີນ 73 ຄົນ, ຍິງ 23 ຄົນ, ອິນເດຍ 29 ຄົນ, ຍິງ 2 ຄົນ, ອິນໂດເນເຊຍ 20 ຄົນ, ຍິງ 6 ຄົນ, ໂມຊໍາບີ 6 ຄົນ, ເອທິໂອເປຍ 11 ຄົນ, ຍິງ 02 ຄົນ, ອູການດາ 6 ຄົນ, ຍິງ 5 ຄົນ, ຫວຽດນາມ 5 ຄົນ, ຍິງ 1 ຄົນ, ຕູນິເຊຍ 4 ຄົນ, ອາວານດາ 2 ຄົນ, ໂຄລໍາເບຍ ເພດຍິງ 1 ຄົນ, ຈໍເຈຍ ເພດຍິງ 1 ຄົນ ແລະ ບູຣັນດີ 1 ຄົນ.ສາມາດຍຶດເຄື່ອງຂອງກາງ ຄອມພີວເຕີຕັ້ງໂຕະ 709 ຊຸດ, ຄອມພີວເຕີໂນດບຸກ 28 ໜ່ວຍ, ໂທລະສັບມືຖື 1,896 ໜ່ວຍ, ໄອແພັກ 02 ໜ່ວຍ ແລະ USB 10 ອັນ.

May be an image of 4 people, table, clothes iron, speaker and text

ສໍາລັບຜູ້ຖືກຫາ ສັນຊາດລາວແມ່ນໄດ້ເຮັດບົດບັນທຶກ ສຶກສາອົບຮົມກ່າວເຕືອນແລ້ວມອບໃຫ້ຍາດພີ່ນ້ອງມາເຊັນຮັບປະກັນ ພ້ອມນຳພາກັບຄືນທ້ອງຖິ່ນ, ຜູ້ຖືກຫາສັນຊາດຈີນ ຈຳນວນ 106 ຄົນ ຍິງ 05 ຄົນ ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນຳສົ່ງໃຫ້ເຈົ້າໜ້າທີ່ຈີນ ໃນວັນທີ 15 ສິງຫາ 2024 ຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານ ແຂວງ ຫຼວງນໍ້າທາ ຕາງໜ້າຝ່າຍລາວ ມອບໂດຍ ທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຕາງໜ້າຝ່າຍຈີນ ຮັບໂດຍ ພັອ ເຊີນ ຈີໂຈ ຫົວໜ້າກອງບັນຊາການ ປກສ ເມືອງ ຫຼ້າ, ສໍາລັບຜູ້ຖືກຫາສັນຊາດອື່ນແມ່ນມອບໃຫ້ສະຖານທູດແຕ່ລະປະເທດນຳໄປດຳເນີນຕາມລະບຽບການ.

May be an image of 14 people, crowd and text

ຂ່າວ-ພາບ: ທະວີສັກ, ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...