Homeຂ່າວກິລາRNS Academy ຟອມໂຫດ! ຖະຫຼົ່ມຄູ່ແຂ່ງ 38-1 ຜ່ານເຂົ້າຮອບ 4 ທີມໃນລາຍການທີ່ ສປ ຈີນ

RNS Academy ຟອມໂຫດ! ຖະຫຼົ່ມຄູ່ແຂ່ງ 38-1 ຜ່ານເຂົ້າຮອບ 4 ທີມໃນລາຍການທີ່ ສປ ຈີນ

Published on

ສະໂມສອນ ອາຣເອັນເອັສ ອາຄາເດມີ້ (RNS Academy) ທີມນ້ອງໃໝ່ໃນວົງການບານເຕະເຍົາວະຊົນລາວ ໂຊຟອມເດັ່ນລົງແຂ່ງ 5 ນັດຊະນະລວດມີ ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍໄດ້ສຳເລັດ ໃນລາຍການ PEACE CUP 2024 ທີ່ນະຄອນເຊິນຢາງ, ແຂວງຫລຽວໜິງ ສປ ຈີນ ລະຫວ່າງວັນທີ 12-18 ສິງຫາ 2024 ຊຶ່ງມີ 900 ທີມຈາກທົ່ວໂລກ ເຂົ້າຮ່ວມຊິງໄຊໃນການແຂ່ງຂັນລາຍການດັ່ງກ່າວ.

ສຳລັບຜົນງານຂອງທີມ RNS Academy ລົງສະໜາມ 5 ນັດ:
-ນັດທຳອິດ RNS Academy 24-0 Tianjin Rui Yun
-ນັດທີ 2: RNS Academy 3-1 Shenyang Dongzhan
-ນັດທີ 3: RNS Academy 3-0 Shenyang Longxin.
-ນັດທີ 4 ຮອບ 16 ທີມ: RNS Academy 3-0 Shenyang Xinye
-ນັດທີ 5 ຮອບ 8 ທີມ: RNS Academy 5-0 Yibu Sport

ສາມາດເກັບໄຊຊະນະໄດ້ທັງໝົດ 5 ນັດສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ ຊຶ່ງຈະທຳການແຂ່ງຂັນໃນວັນທີ 15 ສິງຫາ 2024 ສ່ວນເວລາ ແລະ ທີມທີ່ພົບແມ່ນຈະແຈ້ງເພີ່ມເຕີມພາຍຫຼັງ.

ທີ່ມາ: RNS Academy

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...