Homeຂ່າວພາຍ​ໃນໄຟຟ້າລາວອອກແຈ້ງການ ກ່ຽວກັບການຊຳລະຄ່າໄຟຟ້າທີ່ສູງເກີນຜິດປົກກະຕິ

ໄຟຟ້າລາວອອກແຈ້ງການ ກ່ຽວກັບການຊຳລະຄ່າໄຟຟ້າທີ່ສູງເກີນຜິດປົກກະຕິ

Published on

ຈາກກໍລະນີທີ່ເກີດກະແສວິພາກວິຈານກ່ຽວກັບການຊຳລະຄ່າໄຟຟ້າ ທີ່ມີລາຄາສູງເກີນຜິດປົກກະຕິ ໃນເດືອນສິງຫາ ຢູ່ເມືອງທຸລະຄົມແຂວງວຽງຈັນ ເຮັດໃຫ້ປະຊາຊົນຫຼາຍຄອບຄົວສົງໃສ ແລະ ໄດ້ອອກມາຮຽກຮ້ອງໃຫ້ໜ່ວຍງານກ່ຽວຂ້ອງລົງກວດສອບວ່າສິ່ງທີ່ເກີດຂຶ້ນແມ່ນແທ້ ຫຼື ບໍ່?

ຫຼ້າສຸດໃນວັນທີ 14 ສິງຫາ 2024 ນີ້, ທາງລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ອອກແຈ້ງການເຖິງຜູ້ຊົມໃຊ້ໄຟຟ້າຢູ່ເມືອງທຸລະຄົມ ແຂວງວຽງຈັນ, ໃຫ້ຢຸດການຊຳລະຄ່າໄຟຟ້າປະຈຳເດືອນເປັນການຊົ່ວຄາວ ເນື່ອງຈາກວ່າການຄິດໄລ່ພະລັງງານໄຟຟ້າຂອງຜູ້ຊົມໃຊ້ ໃນເມືອງທຸລະຄົມ ແຂວງວຽງຈັນ ໃນເດືອນ ສິງຫາ 2024 ຍັງບໍ່ໄດ້ຜະລິດ ໃບບິນອອກ ແລະ ຍັງບໍ່ໄດ້ຖືກຈັດສົ່ງຮອດມືຜູ້ຊົມໃຊ້.

ເຊິ່ງບັນຫານີ້ບໍ່ເຄີຍເກີດຂຶ້ນ ໃນບະບົບຂອງລັດວິສາຫະກິດໄຟຟ້າລາວ ແລະ ສາຂາໄຟຟ້າແຂວງວຽງຈັນ ຈະເລັ່ງແກ້ໄຂໃຫ້ສໍາເລັດ ພາຍໃນວັນທີ 20 ສິງຫາ 2024 ນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...