Homeຂ່າວຕ່າງປະເທດອາຟຣິກາປະກາດ ຝີດາດລີງ (ໝາກສຸກລີງ) ເປັນພາວະສຸກເສີນ

ອາຟຣິກາປະກາດ ຝີດາດລີງ (ໝາກສຸກລີງ) ເປັນພາວະສຸກເສີນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 13 ສິງຫາທີ່ຜ່ານມາ, ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາຟຣິກາໄດ້ປະກາດໃຫ້ ພະຍາດໝາກສຸກລີງ ເປັນພາວະສຸກເສີນດ້ານສາທາລະນະສຸກ, ຫຼັງມີຜູ້ຕິດເຊື້ອເພິ່ມຂຶ້ນຢ່າງວ່ອງໄວ.

Mpox in Africa: New strain declared a continental public health emergency

ເຊື້ອພະຍາດດັ່ງກ່າວ ລະບາດໜັກ ໃນຫຼາຍເຂດຂອງອາຟຣິກາໄດ້ແກ່: ບຸຣຸນດີ, ອາຟຣິກາກາງ, ເຄນຢາ ແລະ ຣະວັນດາ, ແຕ່ທີ່ໜັກສຸດແມ່ນສາທາລະນະລັດປະຊາທິປະໄຕຄອງໂກ (ດີອາຄອງໂກ) ພົບຜູ້ຕິດເຊື້ອຫຼາຍກວ່າ 13,700 ຄົນ ແລະ ເສຍຊີວິດໄປແລ້ວ 450 ຄົນ, ນັບຕັ້ງແຕ່ຕົ້ນປີ 2024 ເປັນຕົ້ນມາ.

Mpox declared public health emergency in Africa by top health body - ABC News

ໜ່ວຍງານສາທາລະນະສຸກໃນພູມິພາກອື່ນໆ ກຳລັງຈັບຕາເບິ່ງສະຖານະການ ການລະບາດຂອງພະຍາດດັ່ງກ່າວ, ເພື່ອປະເມີນວ່າມີຄວາມສ່ຽງທີ່ຈະແພ່ກະຈາຍໄປຍັງພື້ນທີ່ອື່ນໆຫຼືບໍ.

ຂ່າວ: bbc

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...