spot_img
Homeຂ່າວພາຍ​ໃນລົງຕິດຕາມຕ້ານແລ້ງ-ຕ້ານຖ້ວມ ປະຕູນໍ້າເຂດວຽງຈັນໃຕ້

ລົງຕິດຕາມຕ້ານແລ້ງ-ຕ້ານຖ້ວມ ປະຕູນໍ້າເຂດວຽງຈັນໃຕ້

Published on

ໃນວັນທີ 12 ສິງຫາທີ່ຜ່ານມາ, ທ່ານ ລິນຄຳ ດວງສະຫວັນ, ລັດຖະ ມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງພື້ນທີ່ຕິດຕາມວຽກງານຕ້ານແລ້ງ-ຕ້ານຖ້ວມ ປະຕູນໍ້າເຂດວຽງຈັນໃຕ້ ຢູ່ທີ່ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
May be an image of 8 peopleເຊິ່ງມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
May be an image of body of water
ຈຸດປະສົງການລົງພື້ນທີ່ຄັ້ງນີ້ ເພື່ອລົງຕິດຕາມສະພາບຂອງລະດັບນໍ້າໃນແຕ່ລະປ່ອງປະຕູນໍ້າຢູ່ໃນເຂດວຽງຈັນໃຕ້ (ເມືອງຫາດຊາຍຟອງ) ກ່ຽວກັບການແກ້ໄຂຕ້ານໄພນໍ້າຖ້ວມ ຄື: ຈຸດປະຕູນໍ້າຫ້ວຍໝາກຮຽວ 1 ສາເຫດຍ້ອນແຂ້ວເຟືອງມີການເປ່ເພ, ຈຶ່ງບໍ່ສາມາດ ປິດ-ເປີດ ປະຕູລະບາຍນ້ຳໄດ້ ແລະ ຈຸດປະຕູນໍ້າຫ້ວຍເດື່ອ, ເຊິ່ງລວມມີ 4 ປ່ອງ, ໃຊ້ໄດ້ 3 ປ່ອງ (ໃຊ້ບໍ່ໄດ້ 1 ປ່ອງ), ສາເຫດຍ້ອນເຕົ້າພວງມາໄລຂາດນໍ້າຫຼໍ່ລື່ນ.
 
ຂ່າວ: ຂ່າວສານ ກະຊວງກະສິກຳປ່າໄມ້, ວສລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...