Homeຂ່າວເຫດການກອງປະຊຸມດຳເນີນການລົບລ້າງກຸ່ມແກ້ງ ສໍ້ໂກງທາງໂທລະຄົມ ຂ້າມຊາດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ກອງປະຊຸມດຳເນີນການລົບລ້າງກຸ່ມແກ້ງ ສໍ້ໂກງທາງໂທລະຄົມ ຂ້າມຊາດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Published on

ກອງປະຊຸມດຳເນີນການລົບລ້າງກຸ່ມແກ້ງ ສໍ້ໂກງທາງໂທລະຄົມ ( Call Center ) ຂ້າມຊາດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມຶອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2024 ຜ່ານມາ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ບັນດາຕາງໜ້າຈາກກະຊວງ ປກສ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ແຜນການ ແລະ ການລົງທຶນ, ຫ້ອງວ່າການສຳນັກງານນາຍົກ, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລາຍງານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ກອງບັນຊາການ ປກສ ເຂດ ເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຮ່ວມມືກັບສະພາບໍລິຫານເຂດ, ຄະນະຄຸ້ມຄອງເຂດ, ຄະນະປະສານງານທະຫານເຂດ, ກຳລັງ ປກສ ຈາກສູນກາງ, ທ້ອງຖິ່ນ, ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ແລະ ສສ ຫວຽດນາມ ຈັດຕັ້ງຄະນະສະເພາະກິດດໍາເນີນການລົບລ້າງ, ຮື້ຖອນແລ້ວ ຈໍານວນ 09 ຄັ້ງ, ມ້າງໄດ້ 240 ຫົວໜ່ວຍ, ກັກຕົວຜູ້ຖືກຫາໄດ້ທັງໝົດ 1.389 ຄົນ, ຍິງ 83 ຄົນ ໃນນີ້ ເປັນຄົນ ສັນຊາດຈີນ 1.211 ຄົນ, ຍິງ 53 ຄົນ; ສັນຊາດຫວຽດນາມ 145 ຄົນ, ຍິງ 25 ຄົນ; ສັນຊາດມາເລເຊຍ 16 ຄົນ, ຍິງ 02 ຄົນ; ສັນຊາດເອທິໂອເປຍ 13 ຄົນ; ສັນຊາດມຽນມາ 04 ຄົນ, ຍິງ 03 ຄົນ. ຕໍ່ກັບເປົ້າໝາຍຜູ້ ຖືກຫາຈໍານວນດັ່ງກ່າວ ພ້ອມທັງວັດຖຸເຄື່ອງຂອງກາງ ທີ່ກວດກັກໄດ້ໃນແຕ່ລະຄັ້ງ ເຈົ້າໜ້າທີ່ຝ່າຍລາວ ໄດ້ດໍາເນີນການສ້າງບົດບັນທຶກມອບສົ່ງໃຫ້ເຈົ້າໜ້າທີ່ແຕ່ລະປະເທດທີ່ກ່ຽວ ຂ້ອງນໍາໄປດຳເນີນຄະດີຕາມລະບຽບ, ກົດໝາຍ. ປັດຈຸບັນ, ບັນດາຫົວໜ່ວຍເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ທີ່ໄດ້ກວດກາຂຶ້ນບັນຊີທັງໝົດ 400 ຫົວໜ່ວຍ, ຖືກລົບລ້າງແລ້ວ 240 ຫົວໜ່ວຍ ແລະ ໄດ້ຫັນປ່ຽນຈາກ (Call Center) ມາເປັນ ຄາຊິໂນອອນລາຍແລ້ວ 37 ຫົວໜ່ວຍ, ຄາດກະຍັງເຄື່ອນໄຫວຍຢູ່ປະມານ 100 ກວ່າ ຫົວໜ່ວຍ.

ພາຍຫຼັງສຳເລັດກອງປະຊຸມໃນຄັ້ງນີ້ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຈະເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການລົບລ້າງບັນດາຫົວໜ່ວຍທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຢ່າງເດັດຂາດເປັນຕົ້ນແມ່ນ:

-ນັບແຕ່ວັນທີ 9 – 25 ສິງຫາ 2024 ໃຫ້ບັນດາໜ່ວຍທີ່ຍັງສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ຢຸດເຊົາການເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ຢ່າງເດັດຂາດ ພ້ອມທັງຮື້ຖອນອະປະກອນເຕັກນິກຮັບໃຊ້ໃຫ້ແກ່ການເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ອອກຈາກ ອາຄານທັງໝົດ;
-ເຈົ້າຂອງກິດຈະການ ຕ້ອງມີຄວາມຮັບຜິດຊອບຕໍ່ລູກຈ້າງໃນການຈ່າຍເງີນຄ່າແຮງງານ, ອໍານວຍຄວາມສະດວກໃນການເດີນທາງກັບປະເທດ. ເຊິ່ງເຈົ້າໜ້າທີ່ພວກເຮົາຈະເພີ່ມທະວີການຕິດຕາມ, ກວດກາຢ່າງເຂັ້ມງວດຕໍ່ເຈົ້າຂອງກິດຈະການ ເພື່ອປ້ອງກັນບໍ່ໃຫ້ມີການລົບໜີ.
-ຫຼັງຈາກວັນທີ 25 ສິງຫາ 2024 ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຈະເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງຄະນະສະເພາະກິດ ດໍາເນີນການກວດກາ, ຈັບກຸມບັນດາຫົວໜ່ວຍທີ່ຍັງຝາຝືນ ສືບຕໍ່ເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call Center) ມາດໍາເນີນຄະດີຕາມລະບຽບ, ກົດໝາຍຢ່າງເດັດຂາດ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...