spot_img
Homeຂ່າວພາຍ​ໃນຄາຕະກຳຄົນໃນຄອບຄົວ ບ້ານຫຼັງຄັງ ເມືອງບົວລະພາ ແຂວງຄຳມ່ວນ

ຄາຕະກຳຄົນໃນຄອບຄົວ ບ້ານຫຼັງຄັງ ເມືອງບົວລະພາ ແຂວງຄຳມ່ວນ

Published on

ໃນເວລາປະມານ 03:00 ໂມງ ຂອງວັນທີ 7 ສິງຫາ 2024 ໄດ້ເກີດເຫດ ຄາຕະກຳຄົນໃນຄອບຄົວ ແລະ ຍິງຕົວຕາຍ ຢູ່ບ້ານຫຼັງຄັງ, ເມືອງບົວລະພາ, ແຂວງຄຳມ່ວນ, ພາຍຫຼັງເຫດການເກີດຂຶ້ນ ທາງເຈົ້າໜ້າທີ່ ປກສ ເມືອງບົວລະພາ ໄດ້ລາຍງານຕໍ່ກອງບັນຊາການ ປກສ ແຂວງຄຳມ່ວນ ຮັບຊາບ ແລະ ໄດ້ແຕ່ງຕັ້ງກຳລັງວິຊາສະເພາະລົງສັນລະສູດສະຖານທີ່ເກີດເຫດຕົວຈິງ ຈຶ່ງພົບເຫັນຜູ້ເສຍຊີວິດຈຳນວນ 4 ຄົນ, ຍິງ 1 ຄົນ ແລະ ປືນ AK 1 ກະບອກ ທີ່ໃຊ້ກໍ່ເຫດ.

May be an image of 3 people and clothes iron

ຜ່ານການເກັບກໍາຂໍ້ມູນຫຼັກຖານ ແລະ ເອົາຄໍາໃຫ້ການຈາກພີ່ນ້ອງຜູ້ເສຍຊີວິດ ຈຶ່ງຮູ້ໄດ້ວ່າ: ຜູເສຍຊີວິດ ຊື່ ທ້າວ ແກ້ວອຸດອນ ອາຍຸ 36 ປີ(ຜົວ, ຜູ້ກໍ່ເຫດ), ນາງ ແພງຕາ ອາຍຸ 34 ປີ (ເມຍ), ທ້າວ ບຸນຊ່ອງ (ອ້າຍຂອງເມຍ)ອາຍຸ 36 ປີ ແລະ ທ້າວ ຄອນສະຫວັນ (ນ້ອງຂອງເມຍ) ອາຍຸ 20 ປີ, ນອນເສຍຊີວິດຢູ່ເຮືອນຂອງ ນາງ ແພງຕາ ທີ່ບ້ານຫຼັງຄັງ, ເມືອງບົວລະພາ, ແຂວງຄຳມ່ວນ.

No photo description available.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດ ຄັ້ງນີ້ແມ່ນຍ້ອນ: ວັນທີ 5 ສິງຫາ 2024 ນາງແພງຕາ ໄດ້ມາບອກ ນາງ ສີອຳພອນ ແລະ ນາງ ບຸນມາກ (ທັງສອງເປັນພີ່ນ້ອງ ກັບ ນາງ ແພງຕາ) ຢູ່ບ້ານດຽວກັນວ່າ: ຢາກຢ່າຮ້າງກັບ ທ້າວ ແກ້ວອຸດອນ(ຜູ້ເປັນຜົວ), ດັ່ງນັ້ນຈຶ່ງມາຂໍໃຫ້ທັງສອງເຂົ້າຮ່ວມຮັບຟັງ ແລະ ເປັນສັກຂີພະຍານ ຢູ່ຫ້ອງການບ້ານ, ພາຍຫຼັງການຈັດຕັ້ງບ້ານໄກ່ເກ່ຍໂດຍຊ່ອງໜ້າຍາດພີ່ນ້ອງ, ສະຫຼຸບສາເຫດຍ້ອນ ທ້າວ ແກ້ວອຸດອນ ເອົາເງິນໃນຄອບຄົວໄປໃຊ້ຈ່າຍສ່ວນຕົວໂດຍບໍ່ມີເຫດຜົນຈຳນວນຫຼາຍຄັ້ງ ແລະ ພົວພັນເສບຢາເສບຕິດ, ຄັ້ງລ່າສຸດ ເປັນຈຳນວນເງິນ 12,000,000 ກີບ(ສີບສອງລ້ານກີບ) ໄປໃຊ້ຈ່າຍຈົນໝົດ.

May be an image of smiling and bedroom

ຈາກນັ້ນການຈັດຕັ້ງບ້ານ ຈຶ່ງໄດ້ສ້າງບົດບັນທຶກຢ່າຮ້າງໃຫ້ພວກກ່ຽວທັງ 2 ຂາດຈາກການເປັນຜົວ-ເມຍກັນ; ດັ່ງນັ້ນ, ທ້າວ ແກ້ວອຸດອນ ຈຶ່ງເກີດຄວາມບໍ່ພໍໃຈ, ຕໍ່ມາວັນທີ 6 ສິງຫາ 2024 ທ້າວ ແກ້ວອຸດອນ ຈຶ່ງໄດ້ກັບບ້ານນາບໍ່, ເມືອງຍົມມະລາດ, ແຂວງຄຳມ່ວນ ແລ້ວລັກເອົາປືນ AK ຢູ່ໃນຫ້ອງນອນຂອງພໍ່ (ເຊິ່ງພໍ່ເປັນພະນັກງານບໍານານ) ເພື່ອຈະໄປຄາດຕະກຳນາງ ແພງຕາ. ພໍມາຮອດມື້ກໍ່ເຫດ, ໃນຂະນະນັ້ນ ທ້າວ ບຸນຊ່ອງ (ອ້າຍຂອງເມຍ) ທີ່ຢູ່ເຮືອນໃກ້ຄຽງກັນ ໄດ້ຖືໄມ້ຄ້ອນ ເພື່ອຈະເຂົ້າໄປຫ້າມ, ເມື່ອທ້າວ ແກ້ວອຸດອນ ເຫັນຈຶ່ງຍິງທ້າວ ບຸນຊ່ວງ (ອ້າຍຂອງເມຍ) ຈຳນວນ 1 ລູກ ຖືກໜ້າເອິກຊອດອອກຫຼັງ, ແລ້ວຍິງ ທ້າວ ຄອນສະຫວັນ (ນ້ອງຂອງເມຍ) ທີ່ຢູ່ເຮືອນກັບນາງແພງຕາ) ຈຳນວນ 2 ລູກ ຖືກນົມເບື້ອງຂວາຊອດອອກບ່າໄລ່ ແລະ ຖືກຫົວຊອດອອກງ່ອນ.

May be an image of 2 people

ຈາກນັ້ນກໍຍິງ ນາງ ແພງຕາ (ຜູ້ເປັນເມຍ) ຈຳນວນ 1 ລູກ ຖືກນົມເບື້ອງຂວາຊອດອອກບ່າໄລ່ ທັງສາມຄົນແມ່ນເສຍຊີວິດຄາທີ່. ພາຍຫຼັງກໍ່ເຫດ ເພື່ອໜີຄວາມຜິດ ທ້າວ ແກ້ວອຸດອນ ກໍໄດ້ຍິງໂຕເອງຈຳນວນ 1 ລູກ ຖືກຄາງຊອດອອກງ່ອນເສຍຊີວິດຄາທີ່, ປະຈຸບັນ ທາງເຈົ້າໜ້າທີ່ຕຳຫຼວດ ຍັງດຳເນີນເກັບກຳຂໍ້ມູນເພີ່ມເຕີມໃນເຫດການດັ່ງກ່າວ.

ພາບ-ຂ່າວ: ປກສ ແຂວງຄຳມ່ວນ, ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...