spot_img
Homeຂ່າວນໍ້າຖ້ວມໄພພິບັດຢູ່ 3 ເມືອງແຂວງຫົວພັນ ເສຍຫາຍ 37 ກວ່າຕື້ກີບ

ໄພພິບັດຢູ່ 3 ເມືອງແຂວງຫົວພັນ ເສຍຫາຍ 37 ກວ່າຕື້ກີບ

Published on

ອີງຕາມແຫຼ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນວັນທີ 31 ກໍລະກົດ 2024 ທີ່ຜ່ານມາ, ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ ທັງເປັນປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ລົງຕິດຕາມກວດກາຜົນກະທົບ ຈາກໄພພິບັດນ້ຳຖ້ວມ ຢູ່ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງຊ່ອນ ແຂວງຫົວພັນ ຊຶ່ງສະພາບຄວາມເສຍຫາຍເບື້ອງຕົ້ນ ຈາກໄພພິບັດທີ່ເກີດຂຶ້ນ ໃນລະຫວ່າງວັນທີ 24-25 ກໍລະກົດ 2024 ທີ່ຜ່ານມາ ເຮັດໃຫ້ພື້ນທີ່ທໍາການຜະລິດ, ສັດລ້ຽງ, ເສັ້ນທາງ, ຂົວຂ້າມນໍ້າ, ສາຍໄຟຟ້າ, ສາຍສັນຍານໂທລະສັບຂາດຫລາຍຈຸດ, ລະບົບນໍ້າສະອາດ, ເຮືອນປະຊາຊົນ, ສິ່ງປຸກສ້າງຕ່າງໆ ເສຍຫາຍຢ່າງໜັກໜ່ວງ.

ຕາມການລົງເກັບກໍາຂໍ້ມູນໃນເບື້ອງຕົ້ນ ເຫັນວ່າຜົນເສຍຫາຍທັງສາມເມືອງລວມທັງໝົດ 37 ຕື້ກວ່າກີບ ໃນນີ້, ເມືອງຫົວເມືອງ ດິນເຈື່ອນທັບຖົມເຮືອນ 1 ຫລັງ, ເນື້ອທີ່ນາ 177 ເຮັກຕາກວ່າ, ເນື້ອທີ່ໄຮ່ສາລີ 36 ກວ່າເຮັກຕາ, ໜອງປາ 55 ໜອງ, ປາ 1.400 ກວ່າກິໂລກຣາມ, ຄອງເໝືອງ 1.000 ກວ່າແມັດ, ທໍ່ 265 ໂຄ້ງ, ທາງຊົນນະບົດເລກທີ 3220 ຍາວ 11,5 ກິໂລແມັດ, ເສົາໄຟຟ້າຫັກ 4 ຕົ້ນ, ນໍ້າລິນ 11 ຈຸດ, ຄວາມຍາວທໍ່ຢາງ 1.600 ແມັດ ລວມມູນຄ່າເສຍຫາຍ 2 ຕື້ກວ່າກີບD
ສຳລັບເມືອງຮ້ຽມ ມີເນື້ອທີ່ນາເສຍຫາຍ 129 ກວ່າເຮັກຕາ, ເນື້ອທີ່ໄຮເຂົ້າ 12 ກວ່າເຮັກຕາ, ໄຮ່ສາລີ 100 ກວ່າເຮັກຕາ, ສັດປີກ 215 ໂຕ, ສັດໃຫຍ່ປະເພດ ງົວ, ຄວາຍ, ແບ້, ໝູ 14 ໂຕ, ໜອງປາ 38 ໜອງ, ຊົນລະປະທານ, ຄອງເໝືອງ ແລະ ທໍ່ນໍ້າໃສ່ນາ, ເສົາໄຟຟ້າລົ້ມ 48 ຕົ້ນ, ສາຍໄຟຂາດ 680 ຈຸດ, ຄອນສາຍຫັກ 43 ຈຸດ, ນໍ້າລິນໄດ້ຮັບຜົນກະທົບ 10 ບ້ານ, ເສັ້ນທາງ 1C ເຄື່ອນຍ້າຍດິນເຈື່ອນ ແລະ ສິ່ງກີດຂວາງມີບໍລິມາດ 36.300 ກວ່າແມັດກ້ອນ, ເສັ້ນທາງເລກທີ 3209 ດິນເຈື່ອນມີບໍລິມາດ 9.500 ກວ່າແມັດກ້ອນ ລວມມູນຄ່າເສຍຫາຍ 16 ຕື້ກວ່າກີບ.

ສ່ວນເມືອງຊ່ອນ ມີບ້ານໄດ້ຮັບຜົນກະທົບ 19 ບ້ານ, ເຮືອນເປ່ເພ 24 ຫລັງ ເສຍຫາຍ 100% 4 ຫລັງ ແລະ ຊັບສິນຕ່າງໆ, ນໍ້າໄຫລຊຸ, ດິນຖົມເນື້ອທີ່ນາ ເສຍຫາຍ 180 ກວ່າເຮັກຕາ, ໜອງປາ 30 ກວ່າໜອງ, ສັດປີກເສຍຫາຍ 100 ກວ່າໂຕ, ງົວ 1 ໂຕ, ຊົນລະປະທານຖາວອນເສຍຫາຍ 2 ແຫ່ງ, ຝາຍໄມ້ເສຍຫາຍ 13 ແຫ່ງ, ຄອງເໝືອງຖືກດິນຖົມ ບໍ່ສາມາດສະໜອງນໍ້າເຂົ້ານາໄດ້ ປະມານ 200 ເຮັກຕາກວ່າ, ເສົາໄຟຟ້າຫັກ-ລົ້ມ 35 ເສົາ, ເຮືອນຈັກໄຟຟ້າຂະໜາດນ້ອຍ ພ້ອມເຮືອນນອນພະນັກງານຖືກນໍ້າຖ້ວມ, ເຊາະເຈື່ອນໄຫລ ເຮັດໃຫ້ທົ່ວເມືອງບໍ່ມີໄຟຟ້າໃຊ້, ທາງເປ່ເພຫລາຍຈຸດ ຂົວອູ່ເປ່ເພ 2 ແຫ່ງ, ປະຕູໂຂງເຂົ້າເມືອງ 1 ແຫ່ງ, ລະບົບນໍ້າເປ່ເພ ພາຍໃນເທສະບານບໍ່ມີນໍ້າສະອາດໃຊ້ ລວມມູນຄ່າເສຍຫາຍ 18 ຕື້ກວ່າກີບ, ສ່ວນລາຍລະອຽດຕົວຈິງ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ ຈະໄດ້ພ້ອມກັນສືບຕໍ່ລົງເກັບກໍາຂໍ້ມູນ ຜົນເສຍຫາຍຈາກໄພພິບັດໃນຄັ້ງນີ້ຄືນຕື່ມອີກ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...