Homeຂ່າວຕ່າງປະເທດໃຈຮ້າຍໃຫ້ໝູ່! ມັກຖາມມື້ໃດຊິແຕ່ງງານ ຖືກຄ້ອນຟາດຫົວເສຍຊີວິດ

ໃຈຮ້າຍໃຫ້ໝູ່! ມັກຖາມມື້ໃດຊິແຕ່ງງານ ຖືກຄ້ອນຟາດຫົວເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ສິງຫາ 2024 ຜ່ານມາກ່ຽວກັບເຫດການສຸດສະຫຼົດ ເມື່ອຊາຍຊາວອິນໂດເນເຊຍ ໃຈຮ້າຍຕີເພື່ອນບ້ານອາຍຸ 60 ປີຈົນເສຍຊີວິດ ເພາະອີກຝ່າຍມັກຖາມວ່າເປັນຫຍັງອາຍຸ 45 ປີແລ້ວຄືຍັງບໍ່ແຕ່ງງານ.

ຕາມການລາຍງານລະບຸວ່າ: ຊາຍຊາວອິນໂດເນເຊຍມີຊື່ວ່າ: ຊິເຣກາ ອາຍຸ 45 ປີ ໄດ້ຖືກຈັບກຸມຂໍ້ຫາກໍ່ເຫດຄາຕະກຳຜູ້ອື່ນໂດຍເຈດຕະນາ ທາງດ້ານເຫຍື່ອຜູ້ເສຍມີຊື່ວ່າ ທ້າວ ອັສລິມ ທີ່ເປັນເພື່ອນບ້ານອາຍຸ 60 ປີ ເຊິ່ງເຫດການດັ່ງກ່າວໄດ້ເກີດຂຶ້ນໃນເຂດປົກຄອງຕາປານູລີໃຕ້ ທີ່ຢູ່ເທິງເກາະສຸມາຕຣາເໜືອ ໃນປະເທດອິນໂດເນຍເຊຍ.

ທາງດ້ານເມຍຜູ້ເສຍຊີວິດໄດ້ເລົ່າວ່າ: ຢູ່ດີໆ ທ້າວຊິເຣກາ ອາຍຸ 45 ປີ ກໍໄດ້ບຸກເຂົ້າໄປໃນບ້ານທີ່ພວກເຂົາທັງສອງໄດ້ອາໃສຢູູ່ ພ້ອມກັບຈັບໄມ້ໜ້າສາມ ແລະ ເຂົ້າມາທຳຮ້າຍສາມີຂອງຕົນໂດຍທີ່ບໍ່ທັນຕັ້ງຕົວ, ທາງດ້ານ ອັສລິມ ຈຶ່ງໄດ້ແລ່ນໜີອອກໄປຢູ່ຫົນທາງກ່ອນ ຈະຖືກໄລ່ຕາມມາໄດ້ ແລະ ຖືກທຸບອີກຄັ້ງທີ່ບໍລິເວນຫົວ ຈາກນັ້ນ ທ້າວ ຊິເຣກາ ກໍໄດ້ທຸບຕີຢ່າງຕໍ່ເນື່ອງ.

ຈົນມີຜູ້ເຫັນເຫດການໄດ້ເຂົ້າມາຊ່ວຍເຫຼືອ ແລະ ຮີບນຳໂຕ ອັສລິມ ໄປໂຮງໝໍທັນທີແຕ່ໂຊກຮ້າຍບໍ່ສາມາດຍື້ເອົາຊີວິດລະຫວ່າງທາງໄວ້ໄດ້ ທາງດ້ານເຈົ້າໜ້າທີ່ຈຶ່ງທຳການຈັບກຸມ ທ້າວ ຊິເຣກາ ທັນທີຫຼັງເກີດເຫດ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...