spot_img
Homeຂ່າວພາຍ​ໃນເນື້ອທີ່ດິນປ່າຜະລິດ-ປ່າປ້ອງກັນ ເມືອງສະໜາມໄຊ ຖືກບຸກລຸກ

ເນື້ອທີ່ດິນປ່າຜະລິດ-ປ່າປ້ອງກັນ ເມືອງສະໜາມໄຊ ຖືກບຸກລຸກ

Published on

ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ໃນວັນທີ 30 ກໍລະກົດຜ່ານມານີ້ ໃຫ້ຮູ້ວ່າ: ໄລຍະຜ່ານມາ ແຂວງອັດຕະປື ໄດ້ຖືເອົາການແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ຢູ່ເມືອງສະໜາມໄຊ ເປັນບູລິມະສິດທີໜຶ່ງ, ຜ່ານການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງແຂວງ ໄດ້ກວດເຫັນການບຸກລຸກເນື້ອທີ່ດິນຂອງລັດ, ໂດຍສະ ເພາະເນື້ອ ທີ່ດິນໃນເຂດປ່າຜະລິດ ແລະ ປ່າປ້ອງກັນ ມີຈໍານວນ 8 ບໍລິສັດ ແລະ ບຸກຄົນອີກຈໍານວນ 2 ຄົນ, ໂດຍການເຂົ້າໄປບຸກເບີກທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ລວມເນື້ອທີ່ຫຼາຍກວ່າ 5,860 ເຮັກຕາ.

ປັດຈຸບັນ, ອົງການປົກຄອງແຂວງ ໄດ້ແຕ່ງຕັ້ງຄະນະສະເພາະກິດລົງແກ້ໄຂ ແລະ ຜົນການແກ້ໄຂແມ່ນມີຄວາມຄືບໜ້າຫຼາຍສົມຄວນ ເປັນຕົ້ນ: ໄດ້ໃຫ້ປະຊາຊົນອອກຈາກພື້ນທີ່, ລົງກວດກາ ແລະ ປັກຫຼັກໝາຍເຂດພື້ນທີ່, ຄຸ້ມຄອງພື້ນທີ່ ທີ່ປະຊາຊົນອອກໄປ ເພື່ອບໍ່ໃຫ້ເຂົາເຈົ້າກັບມາບຸກລຸກຄືນ ແລະ ອື່ນໆ.

May be an image of tree

ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາອົງການປົກຄອງ ແຂວງອັດຕະປືໄດ້ອອກຄຳສັ່ງຕ່າງໆ ເພື່ອເປັນການປົກປັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດ, ໃນນີ້ ໄດ້ອອກຄໍາສັ່ງວ່າດ້ວຍການຫ້າມຈັບຈອງ ແລະ ບຸກລຸກທີ່ດິນໂດຍບໍ່ໄດ້ຮັບການອະນຸຍາດ, ຄໍາສັ່ງວ່າດ້ວຍການຢຸດຕິການຂຸດຄົ້ນແຮ່ຄໍາຕົກຂ້ອນ, ຄໍາສັ່ງວ່າດ້ວຍການຢຸດຕິການສໍາຫຼວດ, ຂຸດຄົ້ນໄມ້ ແລະ ທ້ອນໂຮມໄມ້, ຄໍາສັ່ງວ່າດ້ວຍການຄຸ້ມຄອງ ແລະ ເກັບກູ້ນໍາໃຊ້ເຄື່ອງປ່າຂອງດົງ, ຄໍາສັ່ງວ່າດ້ວຍການຕິດຕາມ, ກວດກາ ແລະ ໃຊ້ມາດຕະການຕໍ່ຜູ້ລະເມີດຈຳໜ່າຍ, ຊື້-ຂາຍ ສິນຄ້າເກືອດຫ້າມປະເພດຕ່າງໆ ແລະ ຄໍາສັ່ງວ່າດ້ວຍການເພີ່ມທະວີຄຸ້ມຄອງກິດຈະການແຮ່ທາດຢູ່ພາຍໃນ ແຂວງອັດຕະປື.

No photo description available.

ໃນຕໍ່ໜ້ານີ້ ທາງອົງການປົກຄອງແຂວງ ຈະສືບຕໍ່ແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ເຂດເມືອງສະໜາມໄຊ ຢ່າງແຂງແຮງ, ເດັດຂາດ ເຂັ້ມງວດຕາມລະບຽບກົດໝາຍ ພ້ອມນັ້ນ ຈະສຸມໃສ່ຈັດສັນທີ່ດິນທຳການຜະລິດໃຫ້ປະຊາຊົນຄືນໃໝ່, ກຳນົດເຂດດິນສະຫງວນຂອງລັດເພື່ອຟື້ນຟູປ່າໄມ້, ເຂດເຊົ່າ-ສໍາປະທານໃຫ້ນັກລົງທຶນເພື່ອການພັດທະນາ ແລະ ຈັດສັນອາຊີບທີ່ໝັ້ນຄົງຍາວນານໃຫ້ແກ່ປະຊາຊົນ ເພື່ອແກ້ໄຂບັນຫາການເຄື່ອນຍ້າຍແຮງງານເລື່ອນລອຍ.

ຂ່າວ: ພອນປະເສີດ, ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...