Homeຂ່າວສະພາບອາກາດຫຼວງພະບາງອອກແຈ້ງການກຽມຮັບມືໄພພິບັດທີ່ອາດຈະເກີດຂື້ນ ໃນລະຫວ່າງ ວັນທີ 1-4 ສິງຫາ

ຫຼວງພະບາງອອກແຈ້ງການກຽມຮັບມືໄພພິບັດທີ່ອາດຈະເກີດຂື້ນ ໃນລະຫວ່າງ ວັນທີ 1-4 ສິງຫາ

Published on

ແຂວງຫຼວງພະບາງອອກແຈ້ງການກ່ຽວກັບການກະກຽມຮັບມືໄພພິບັດທີ່ອາດຈະເກີດຂື້ນ ໃນລະຫວ່າງ ວັນທີ 1 ຫາ 4 ສິງຫາ 2024.

ອີງຕາມ ຂໍ້ຕົກລົງ ວ່າກ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ແຂວງຫຼວງພະບາງ ສະບັບເລກທີ 239/ຈຂ.ຫຼຸບ, ລົງວັນທີ 20 ເມສາ 2022;
ອິງຕາມບົດສະຫຼຸບສະພາບອາກາດ ແລະ ລະດັບນໍ້າ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງ ຊສ ໃນໄລຍະວັນທີ 22 ຫາ 28 ກໍລະກົດ 2024 ແລະ ຄາດຄະເນສະພາບອາກາດ ແຕ່ 29 ກໍລະກົດ ຫາ 4 ສິງຫາ 2024, ສະບັບເລກທີ 0745 /ກອຕທ, ລົງວັນທີ 29 ກໍລະກົດ 2024.
ອິງຕາມ ແຈ້ງເຕືອນ ນໍ້າຖ້ວມຊູ ແລະ ດິນເຈື່ອນ ໃນລະຫວ່າງວັນທີ 30 ກໍລະກົດ ຫາ 1 ສິງຫາ 2024, ສະບັບເລກທີ 0754 /ກອຕທ, ລົງວັນທີ 30 ກໍລະກົດ 2024 (ສະບັບທີ 1)

ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຂໍຖືເປັນກຽດແຈ້ງມາຍັງ ຫ້ອງການຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 11 ເມືອງ ແລະ ນະຄອນ ຫຼວງພະບາງ ຊາບວ່າ: ຕາມຂໍ້ມູນຜົນຄາດ ຄະເນສະພາບອາກາດ ແຕ່ວັນທີ 29 ກໍລະກົດ ຫາ 4 ສິງຫາ 2024, ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານ ຢູ່ແຂວງພາກເຫນືອຂອງປະເທດລາວ ປ່ອງເຂົ້າໃສ່ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມບໍລິເວນພາກເຫນືອຂອງ ສສ ຫວຽດນາມ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງປົກຄຸມເປັນສ່ວນໃຫ່ຍ. ຈິ່ງຈະເຮັດໃຫ້ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາປານກາງ ຢູ່ໃນແຕ່ລະເມືອງ ແລະ ຈະຕົກຫນັກ ຫາ ຫນັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນນະພູມຢູ່ລະຫວ່າງ 23-34 ອົງສາ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດາທ່ານ ຫົວຫນ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 11 ເມືອງ ແລະ ນະຄອນ ຫຼວງພະບາງ ຈົ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງເພີ່ມ ສະຕິລະວັງຕົວ ແລະ ກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ ໂດຍສະເພາະສະພາບຝົນຕົກຫນັກຕິດ ຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊູ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມກັນນີ້ຂໍໃຫ້ຕິດຕາມຂ່າວພະ ຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງ ຊສ ຢ່າງເປັນປະຈໍາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...