spot_img
Homeຂ່າວພາຍ​ໃນຜົນເສຍຫາຍເບື້ອງຕົ້ນນໍ້າຖ້ວມ ເມືອງຄູນຄຳ ແຂວງຄຳມ່ວນ

ຜົນເສຍຫາຍເບື້ອງຕົ້ນນໍ້າຖ້ວມ ເມືອງຄູນຄຳ ແຂວງຄຳມ່ວນ

Published on

ວັນທີ 27 ກໍລະກົດ 2024 ນີ້ໄດ້ມີກອງປະຊຸມສ່ອງແສງລາຍງານສະພາບນໍ້າຖ້ວມພາຍໃນເມືອງຄູນຄໍາ ຂື້ນຢ່າງເປັນທາງການໂດຍການເປັນປະທານຂອງ ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ແຂວງ ຄຳມ່ວນ, ເຊິ່ງໄດ້ລາຍງານໃຫ້ຮູ້ວ່າ:

May be an image of 1 person and dais

ເມືອງ ຄູນຄໍາ ໄດ້ຮັບຜົນກະທົບຈາກພະຍຸໝຸນເຂດຮ້ອນ ພຣະພິຣຸນ ແລະ ພະຍຸດິເຟຣຊັນ ເຮັດໃຫ້ຝົນຕົກໜັກຕິດຕໍ່ກັນຫຼາຍວັນ, ເຊິ່ງໄດ້ເຮັດໃຫ້ຫຼາຍຈຸດຂອງເມືອງຄູນຄໍາ ຖືກນໍ້າຖ້ວມຂັງ ແລະ ໄຫຼເຂົ້າຖ້ວມເນື້ອທີ່ທຳການຜະລິດຂອງປະຊາຊົນໃນແຕ່ລະເຂດເປັນຕົ້ນ: ເຂດບ້ານພູຊາດ-ນາພວກເກົ່າ ຫາ ບ້ານມ່ວງນໍ້າສາງ ນໍ້າໄດ້ໄຫຼເຂົ້າຖ້ວມເນື້ອທີ່ນາປີ ຈຳນວນ 162 ເຮັດຕາ, ສວນມັນຕົ້ນ 48 ເຮັກຕາ, ເຂດບ້ານມ່ວງນໍ້າສາງ ຫາ ບ້ານຄູນມະນີ (ຄຸ້ມນາຊ້າງຂ້າມເກົ່າ) ນໍ້າຖ້ວມເນື້ອທີ່ນາປີ ຈຳນວນ 496 ເຮັກຕາ, ສວນມັນຕົ້ນ 20 ເຮັກຕ່າ, ເຂດບ້ານນາຄໍາ ນາກາງ ຫາ ບ້ານໂພນແຍງ ນໍ້າຖ້ວມນາປີ ຈຳນວນ 347 ເຮັກຕາ, ສວນມັນຕົ້ນ 20 ເຮັກຕາ ແລະ ພືດຜັກອື່ນໆຈຳນວນ 40 ເຮັກຕາ.

No photo description available.

ເຂດບ້ານພູໝາແໜ່ງ, ບ້ານຜາຊ້າງມີນໍ້າຖ້ວມນາປີ ຈຳນວນ 117,5 ເຮັກຕາ, ສວນມັນຕົ້ນ 6,5 ເຮັກຕາ ແລະ ສວນຢາງພາລາ ຈໍານວນ 7,5 ເຮັກຕາ, ສຳລັບການສັນຈອນເສັ້ນທາງຄູນຄໍາ ຫາ ກອງລໍ ຈຸດບ້ານນາຄຳ ຫາ ນາກາງ ຈຳນວນ 4 ກິໂລແມັດ ລົດກະບະ 4 ລໍ້ ບໍ່ສາມາດທຽວໄດ້, ການສັນຈອນປະຈຸບັນແມ່ນນຳໃຊ້ເຮືອຫາງຍາວ, ເສັ້ນທາງເລກ 8 A ຈຸດເທິງພູໄຮ ດິນສະໄລ້ມາຖົມທາງຈຸດພູເຈື່ອນເກົ່າ ແລະ ຈຸດໄຫມ່ ກິໂລແມັດທີ 46+350 ແລະ ກິໂລແມັດທີ 48+700 ປະຈຸບັນລົດສາມາດທຽວໄດ້ປົກກະຕິ.

No photo description available.

ປະຈຸບັນ ລະດັບນໍ້າຫີນບູນຕອນເທິງແມ່ນໄດ້ຄ່ອຍໆຫຼຸດລົງ, ຖ້າຝົນຫາກຕົກຄ່ອຍ ແລະ ຢຸດຕົກເຂດທີ່ນໍ້າຖ້ວມຂັງ ອາດຈະຫຼຸດລົງເຊັ່ນກັນ, ຜ່ານການລົງຕິດຕາມກວດກາ ແລະ ໄດ້ປະເມີນເບື້ອງຕົ້ນ ເຫັນວ່າທົ່ວເມືອງຄູນຄໍາ ຖືກນໍ້າຖ້ວມນາປີ ທັງໝົດ ຈຳນວນ 1,097 ເຮັກຕາ, ສວນມັນຕົ້ນ 88 ເຮັກຕາ ແລະ ສວນພືດອື່ນໆ 40 ເຮັກຕາ, ພ້ອມນັ້ນຍັງໄດ້ຮັບຟັງການລາຍງານສະພາບນໍ້າຖ້ວມໃນ 4 ເຂດພັດທະນາທົ່ວເມືອງ ແລະ ການກຽມຄວາມພ້ອມຮັບມືຈາກຂະແໜງການກ່ຽວຂ້ອງດ້ວຍຄວາມຮັບຜິດຊອບສູງ.

ຂ່າວ: ລັດສະໝີ ຈູມໂພຄໍາ, ຫ້ອງການ ຖວທ ເມືອງຄູນຄຳ ຂ່າວເມືອງຄູນຄຳ
ພາບ:ວັນລະຄານ ໄຊຍະລາດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...