spot_img
Homeຍ້ອງຍໍຄົນດີເດັ່ນວິທີລ້ຽງປາຝາເປັນສິນຄ້າ

ວິທີລ້ຽງປາຝາເປັນສິນຄ້າ

Published on

image001

ການລ້ຽງປາຝາເປັນອາ ຊີບໜຶ່ງທີ່ສາມາດສ້າງລາຍຮັບ ໃຫ້ແກ່ຄອບຄົວໄດ້ເປັນຢ່າງດີ ເພາະປາຝາເປັນສັດທີ່ລ້ຽງງ່າຍ ໃຫຍ່ໄວ, ແຕ່ໃນນີ້ຜູ້ຂຽນນຳ ສະເໜີອີກໜຶ່ງຄອບຄົວທີ່ມີ ຄວາມສາມາດເພາະພັນ ແລະ ລ້ຽງປາຝາ ເປັນຈຳນວນຫຼາຍ ພັນໂຕ. ນອກຈາກນີ້ ຄອບຄົວດັ່ງກ່າວຍັງບໍ່ຫວງຄວາມຮູ້ເພາະເພິ່ນ ມີແນວຄວາມຄິດຢາກສົ່ງເສີມການລ້ຽງປາຝາໃຫ້ຂະຫຍາຍຕົວກວ້າງອອກ ໃນຂອບ ເຂດທົ່ວປະເທດ, ອາຊີບດັ່ງກ່າວເປັນອາຊີບສຸດຈະລິດສາມາດນຳພາຄອບຄົວຫຼຸຸດພົ້ນອອກຈາກຄວາມທຸກ ຍາກຕາມແຜນຂອງລັດ ຖະບານ.

ທ່ານ ລິນທອງ ດວງພະຈັນ ຫົວໜ້າກົມກວດກາກະຊວງກະສິກຳ ແລະ ປ່າໄມ້ໄດ້ໃຫ້ສຳ ພາດຕໍ່ນັກຂ່າວພວກເຮົາໃນ ວັນທີ 7 ກໍລະກົດ ທີ່ຜ່ານມາ ວ່າ: ຂ້າພະເຈົ້າເລີ່ມສຶກສາຫາ ຂໍ້ມູນການລ້ຽງປາຝາຈາກການ ໄປທັດສະນະສຶກສາຢູ່ ສ.ສ ຫວຽດນາມ, ສປ ຈີນ ແລະ ໄທເພາະວ່າໃນເວລານັ້ນ ສປປ ລາວ ຂອງພວກເຮົາກຽມເຂົ້າ ເປັນສະມາຊິກສົນທິສັນຍາສາ ກົນວ່າດ້ວຍການ ອະນຸລັກຮັກ ສາສັດນ້ຳສັດປ່າ, ໃນການໄປ ທັດສະນະສຶກສານັ້ນຂ້າພະ ເຈົ້າສັງເກດເຫັນວ່າການລ້ຽງ ຂອງເຂົາເຈົ້າແມ່ນໃຊ້ວິທະ ຍາສາດໃນການລ້ຽງເຊັ່ນ: ໃຊ້ເຄື່ອງໄຟຟ້າໃນການຝັກໄຂ່, ມີຄອກ, ໜອງ, ພາຍຫຼັງກັບ ມາແຕ່ທັດສະນະສຶກສາແລ້ວ ຂ້າພະເຈົ້າໄດ້ນຳເອົາພັນປາຝາມາທົດລອງລ້ຽງ ຈຳນວນ 100 ໂຕ, ເບື້ອງຕົ້ນແມ່ນນຳ ມາລ້ຽງໃສ່ຊາມ ຫຼັງຈາກນັ້ນ ສັງເກດເຫັນ ວ່າປາຝາສາມາດອອກແມ່ແຜ່ພັນ ແລະ ວາງໄຂ່ ເມື່ອເຫັນຄືແນວນັ້ນຕົນເອງ ກໍຕັດສີນໃຈກໍ່ອ່າງຂຶ້ນແລ້ວໃນ ອ່າງນັ້ນ ຕົນເອງໄດ້ ກໍ່ເປັນຄູໄວ້ ເຮັດໃຫ້ຄ້າຍຄືກັນກັບວ່າເປັນ ດອນຊາຍເມື່ອກໍ່ສຳເລັດແລ້ວ ກໍໄດ້ເອົາຊາຍມາຖອກໃສ່ ເພື່ອ ໃຫ້ປາຝາຂຶ້ນມາໄຂ່ໃສ່, ຫຼັງຈາກນັ້ນກໍໄດ້ນຳເອົາຊາຍມາໃສ່ຊາມແລ້ວຄວັດເອົາໄຂ່ ຈາກຊາຍທີ່ເຮົາຂັ້ນໄວ້ໃນ ໜອງນັ້ນມາໃສ່ຊາມແຕ່ເຮົາ ຕ້ອງໄດ້ປຸກເປັນ ບ່ອນຮົ່ມມຸງສັງກະສີຄັກແນ່, ຈຸດສຳຄັນເວ ລາເຮົາເອົາໄຂ່ມາລຽນໄວ້ຊາມ ທີ່ເຮົາໃສ່ຊາຍໄວ້ນັ້ນຕ້ອງໄດ້ ເອົາຂີ້ຊາຍຖົມກັບຄືນ ໃຫ້ພໍດີ ຄວາມເລິກໃນເວລາເຮົາຄວັດ ເອົາໄຂ່ນັ້ນເທົ່າໆກັນ, ອີກຢ່າງ ໜຶ່ງແມ່ນເວລາເຮົາເອົາຊາຍ ໃສ່ຊາມນັ້ນ ເບື້ອງຕົ້ນແມ່ນໃຫ້ ເອົານ້ຳມາຖອກໃສ່ໃຫ້ພໍດິນຊາຍມີຄວາມຊຸ່ມພໍປະມານ ຈາກນັ້ນໃຫ້ເອົາຊາຍແຫ້ງມາ ຖົມປົກອີກເທື່ອໜຶ່ງໃຫ້ເກືອບ ເຕັມຂອບຊາມ. ການທີ່ພວກເຮົາປະຕິບັດວິທີນີ້ກໍຍ້ອນວ່າ ພວກເຮົາຈະອາໄສອາຍນ້ຳຢູ່ ທາງລຸ່ມຊາມຂຶ້ນມາກະທົບກັບ ຄວາມຮ້ອນຂອງຊາຍຢູ່ເບື້ອງ ເທິງຄວາມຮ້ອນດັ່ງກ່າວນີ້ແມ່ນຈະຊ່ວຍເຮັດໃຫ້ໄຂ່ປາຝາ ໜ່ວຍທີ່ຢູ່ລຸ່ມສຸດໄດ້ຮັບຄວາມ ຮ້ອນສະໝ່ຳສະເໝີກັນແລ້ວວິ ທີນີ້ສາ ມາດເຮັດໃຫ້ໄຂ່ໄດ້ຝັກ ອອກມາເປັນໂຕໄດ້ຫຼາຍກ່ວາ ສະເລ່ຍໄຂ່ 100 ໜ່ວຍໄດ້ລູກ ປາຝານ້ອຍ 70 ໂຕ, ດີກ່ວາວິ ທີທາງທຳມະຊາດ ເພາະໃນທຳມະຊາດລູກປາຝານ້ອຍອາດມີອັນຕະລາຍຈາກສັດໂຕ ອື່ນກິນເປັນອາຫານ ເພາະປາ ຝາເປັນສັດ ເຄິ່ງບົກເຄິ່ງນ້ຳສະນັ້ນໃນເວລາທີ່ເຮົາເອົາຊາຍໃສ່ຊາມນັ້ນໃຫ້ເອົາຖ້ວຍນ້ອຍ ໃສ່ນ້ຳປະໄວ້ເທິງຊາຍນັ້ນເພື່ອ ໃຫ້ປາຝານ້ອຍເກີດ ໃໝ່ໄດ້ສຳ ຜັດກັບນ້ຳ.  ທ່ານກ່າວໃຫ້ຮູ້ຕື່ມ ອີກວ່າປາຝາ ແຕ່ລະແມ່ໄຂ່ຊຸດ ໜຶ່ງໄດ້ 8- 12 ໜ່ວຍ, ສ່ວນແມ່ ໃໝ່ນັ້ນຈະໄຂ່ໄດ້ 8 ໜ່ວຍ/ຄັ້ງ, ແມ່ເກົ່າໄຂ່ໄດ້ 12 ໜ່ວຍ; ຜ່ານ ການທົດລອງເປັນເວລາ 5 ປີ ເຫັນວ່າສາມາດຂະຫຍາຍພໍ່ ພັນ, ແມ່ພັນປາຝາໄດ້ 5-6 ພັນໂຕ, ໃນນັ້ນມີອ່າງອະນຸ ບານ ແລະ ເຮືອນຝັກໄຂ່, ປະ ຈຸບັນໃນໜອງຂ້າພະເຈົ້າມີປາ ຝາ 4 ພັນໂຕ, ໄດ້ຂະຫຍາຍ ໄປໄວ້ໜອງຂອງຂ້າພະເຈົ້າອີກໜອງໜຶ່ງຢູ່ທ່າງ່ອນ 3 ພັນໂຕ, ຈຸດພິເສດອີກຢ່າງໜຶ່ງໃນ ການລ້ຽງປາຝານີ້ແມ່ນໃຊ້ເວ ລາໃນການ ລ້ຽງບໍ່ດົນກໍສາມາດຈຳໜ່າຍໄດ້ແລ້ວແຕ່ສິ່ງທີ່ສຳ ຄັນແມ່ນຕ້ອງມີອ່າງ ແລະ ເຮືອນຝັກໄຂ່ທີ່ແນ່ນອນເພາະ ປາຝາເປັນສັດທີ່ຂີ້ດື້ ມັກປີນ ມັກໄຕ່ອອກຈາກອ່າງ.

ທ່ານກ່າວຕື່ມອີກວ່າໄລຍະເວລາການຝັກໄຂ່ປາຝາໃຊ້ເວລາຢູ່ທັງໝົດ 35 ວັນ, ປາຝາ ແມ່ນຈະເລີ່ມວາງໄຂ່ໃນເດືອນ ມັງກອນ ໄປຈົນເຖິງເດືອນພະຈິກແມ່ນຈະຢຸດວາງໄຂ່, ຖ້າ ຫາກໄຂ່ໜ່ວຍໃດໃຊ້ເວລາໜຶ່ງ ເດືອນກັບຊາວວັນ ຫຼື 50 ວັນ ແມ່ນໄຂ່ໜ່ວຍ ນັ້ນເນົ່າບໍ່ສາ ມາດຝັກເປັນໂຕໄດ້, ຕະຫຼາດ ຈຳໜ່າຍຂອງຂ້າພະເຈົ້າສ່ວນ ໃຫຍ່ແມ່ນຮ້ານອາຫານ ແຕ່ ພວກເຮົາມີແນວຄວາມຄິດ ຢາກສົ່ງເສີມການລ້ຽງປາຝານີ້ ຂະຫຍາຍອອກສູ່ສັງຄົມໃຫ້ກວ້າງຂວາງ, ປະຊາຊົນຜູ້ໃດມີ ຄວາມສົນໃຈພວກເຮົາຍິນດີ ໃຫ້ຄຳແນະ ນຳ. ໃນໄລຍະຜ່ານມາພວກເຮົາໄດ້ຂະຫຍາຍພັນໃຫ້ກັບແຂວງຊຽງຂວາງເພາະເພິ່ນມາສຶກສາວິທີການລ້ຽງ ແລະ ບົວລະບັດຮັກສາ ກັບພວກເຮົາເວລາເພິ່ນນຳໄປລ້ຽງກໍປະສົບຜົນສຳເລັດດີສົມຄວນ, ຕໍ່ມາພວກເຮົາໄດ້ຈຳໜ່າຍໃຫ້ນັກທຸລະກິດ ແຂວງ ສະຫວັນນະ ເຂດຈຳນວນ 1 ພັນໂຕ ຊຶ່ງເພິ່ນ ໄດ້ມາຮຽນຮູ້ກັບພວກເຮົາໃນ ນັ້ນໄດ້ຄ່າຕອບແທນເປັນເງິນ 80 ລ້ານກີບ, ລາຄາທີ່ພວກເຮົາ ຂາຍແມ່ນ 250.000 ກີບ/ກິໂລ, ໃນອະນາຄົດພວກເຮົາມີແຜນຂະຫຍາຍໄປໜອງຢູ່ທ່າ ງ່ອນໃນເນື້ອທີ່ 1 ເຮັກຕາ ຊຶ່ງ ຈະຂະ ຫຍາຍໜອງໄດ້ 5-6 ໜອງ, ປະຈຸບັນກຳລັງເຮັດບ່ອນວາງໄຂ່, ອ່າງອະນຸບານ ແລະ ອ່າງໃຫຍ່ເພື່ອສົ່ງເສີມໃຫ້ປະ ຊາຊົນເຂດທ່າ ງ່ອນໃຫ້ຫັນມາລ້ຽງປາຝາໃຫ້ຫຼາຍຂຶ້ນຕາມ ແນວຄວາມຄິດຂອງຕົນເອງ.

ຕອນທ້າຍຂອງການສຳພາດ, ທ່ານ ລິນທອງ ດວງພະຈັນ ໄດ້ໃຫ້ທັດສະນະວ່າ: ໃນການ ປະກອບອາຊີບໃດກໍຕາມ ຖ້າ ຫາກຂາດຄວາມອົດທົນ, ຄວາມ ພະຍາຍາມແລ້ວກໍຈະເຮັດໃຫ້ ວຽກງານຂອງຕົນເອງບໍ່ປະສົບ ຜົນສຳເລັດຕາມທີ່ຕົນເອງຕັ້ງ ໄວ້ ເມື່ອມາສັງເກດເບິ່ງການລ້ຽງປາຢູ່ບ້ານເຮົາແລ້ວແມ່ນບໍ່ມີຜູ້ລ້ຽງເປັນຈຳນວນຫຼາຍ, ແຕ່ບຸກຄົນ ຫຼື ຄອບຄົວທີ່ລ້ຽງປາ ຝາແມ່ນບໍ່ມີ ຜູ້ໃດສົນໃຈທີ່ຈະລ້ຽງເທື່ອ ຖ້າຫາກທ່ານໃດສົນໃຈແມ່ນໄປເບິ່ງ ແລະ ສຶກສາ ຫາຂໍ້ມູນກັບຄອບຄົວຂອງທ່ານ ລິນທອງ ດວງພະຈັນ ໄດ້ຖ້າເພິ່ນບໍ່ຢູ່ກໍສາມາດຖາມຂໍ້ມູນ ແລະ ວິທີການລ້ຽງກັບລູກຊາຍເພິ່ນກໍໄດ້ເຊັ່ນດຽວກັນທີ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ.

ຖ້າທ່ານເຫັນວ່າບົດຄວາມນີ້ມີປະໂຫຍດຢ່າລືມບອກຕໍ່ ຫຼືແຊໃຫ້ຜູ້ອື່ນເຫັນແດ່ເດີ !! ການເຜີຍແຜ່ສິ່ງດີໆ ສູ່ສັງຄົມ ເປັນການສ້າງສັນສັງຄົມໃຫ້ໜ້າຢູ່ຫຼາຍຂຶ້ນ !!

ຂອບໃຈບົດຄວາມຄຸນນະພາບຈາກ : ສ. ສິມມາລາວົງ  ໜັງສືພີມວຽງຈັນໃໝ່

ພໍ່ຄ້າລໍ້ໝາກສົ້ມ ມີກຳໄລເດືອນລະ 6 ລ້ານກີບ ຄລິກເບິ່ງວິດີໂອ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...