Homeຂ່າວພາຍ​ໃນກະຊວງ ຮສສ ຫາລືການກໍານົດ ຄ່າແຮງງານຂັ້ນຕໍ່າສຸດ

ກະຊວງ ຮສສ ຫາລືການກໍານົດ ຄ່າແຮງງານຂັ້ນຕໍ່າສຸດ

Published on

ໃນວັນທີ 24 ກໍລະກົດ 2024 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການເປັນປະທານຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ປະທານຄະນະກໍາມະການແຮງງານແຫ່ງຊາດ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ມີ ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຕາງໜ້າຜູ້ໃຊ້ແຮງງານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 3 people, dais and text

ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ມີຄຳເຫັນວ່າ: ໄລຍະທີ່ຜ່ານມາ ພວກເຮົາໄດ້ມີການປັບປຸງລະ ດັບຄ່າແຮງງານຂັ້ນຕ່ຳມາແລ້ວ 10 ຄັ້ງ ເຊິ່ງເລີມແຕ່ປີ 1991 ແລະ ຄັ້ງຫລ້າສຸດແມ່ນປີ 2023 ໂດຍໄດ້ກໍານົດໃນລະດັບ 1.600.000 ກີບ/ຄົນ/ເດືອນ ແລະ ມາຮອດປັດຈຸບັນ, ເຫັນວ່າ ຄ່າແຮງງານຂັ້ນຕໍ່າທີ່ໄດ້ກຳນົດໄວ້ໃນຈໍານວນດັ່ງກ່າວນັ້ນ ແມ່ນບໍ່ສົມຄູ່ກັບຄ່າຄອງຊີບຂອງຜູ້ອອກແຮງງານໃນປະຈຸບັນ.

May be an image of 9 people, table and dais

ສະນັ້ນ, ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງເກັບກຳຂໍ້ມູນພື້ນຖານ ຈໍານວນໜຶ່ງ ດ້ານຄ່າແຮງງານ ແລະ ຄ່າຄອງຊີບຂອງຜູ້ອອກແຮງງານໃນທ້າຍປີ 2023 ຢູ່ນະຄອນຫຼວງວຽງຈັນ ໃນສາມຂົງເຂດຄື: ຂົງເຂດອຸດສາຫະກໍາ, ບໍລິການ ແລະ ກະສິກໍາ ຈາກກຸ່ມຕົວຢ່າງ 27 ຫົວໜ່ວຍແຮງງານ ເຫັນໄດ້ວ່າ: ເງິນເດືອນ ຫຼື ຄ່າແຮງງານສະເລ່ຍຂອງຜູ້ອອກແຮງງານທີ່ໄດ້ຮັບ ແມ່ນ 2,849,383 ກີບ/ຄົນ/ເດືອນ ແລະ ເຫັນໄດ້ວ່າ: ຄ່າໃຊ້ຈ່າຍສະເລ່ຍຂອງຜູ້ອອກແຮງງານໃນໜຶ່ງເດືອນ ຈຳນວນ 3,357,956 ກີບ/ເດືອນ, ເງິນເດືອນ ຫຼື ຄ່າແຮງງານທີ່ຜູ້ອອກແຮງງານຕ້ອງການ ສະເລ່ຍປະມານ 4,191,504 ກີບ/ເດືອນ.

ພ້ອມກັນນີ້, ກະຊວງ ຮສສ ຍັງໄດ້ຄົ້ນຄວ້າໃນເບື່ອງຕົ້ນອີກຫຼາຍວິທີ ຕິດພັນກັບການປັບປຸງຄ່າແຮງງານຂັ້ນຕໍ່າຂອງຜູ້ອອກແຮງງານ ເປັນຕົ້ນ ຄິດໄລ່ຈາກການສົມທຽບກັບດັດສະນີລາຄາຜູ້ບໍລິໂພກ(CPI), ຍອດລວມຜະລິດຕະພັນພາຍໃນ(GDP), ອັດຕາເງິນເຟີ້, ອັດຕາແລກປ່ຽນເງິນກີບກັບເງິນຕາຕ່າງປະເທດ.

ໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ການປັບປຸງຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ, ພ້ອມທັງຄະນະນໍາຂອງສາມຝ່າຍ ຈະເປັນເອກະພາບກັນ ແລະ ພິຈາລະນາຮັບຮອງການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ແລະ ສາມາດນຳໄປສູ່ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ເພື່ອໃຫ້ເກີດຜົນປະໂຫຍດໃຫ້ແກ່ ສາມຝ່າຍ ທັງຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ຜົນປະໂຫຍດລວມຂອງລັດ. ຫຼັງຈາກທີ່ການນໍາສາມຝ່າຍຮັບຮອງແລ້ວ ຈະໄດ້ສະເໜີ ສໍານັກງານນາຍົກລັດຖະມົນຕີ ພິຈາລະນາຕໍ່ໄປ.

ຂ່າວ: ວຽງສະຫວັນ, ປະເທດລາວ, ພາບ: ອ່າຍຄຳ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...