Homeຂ່າວຕ່າງປະເທດເຫດໄຟໄໝ້ຫ້າງສູງ 14 ຊັ້ນ

ເຫດໄຟໄໝ້ຫ້າງສູງ 14 ຊັ້ນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ໃນວັນທີ 17 ກໍລະກົດທີ່ຜ່ານມາ, ເກີດເຫດໄຟໄໝ້ຫ້າງສູງ 14 ຊັ້ນ ທີ່ເມືອງຈຶ້ກົງ, ມົນທົນເສສວນ, ປະເທດຈີນ. ໃນເວລາປະມານ 18:11 ນາທີ, ເຈົ້າໜ້າທີໄດ້ຮັບແຈ້ງເຫດໄຟໄໝ້ ແລະ ກໍໄດ້ທຳການເຂົ້າໄປຍັງພື້ນທີ່ເພື່ອຄວບຄຸມສະຖານະການ ຈົນຮອດເວລາ 20:20 ນາທີ ຈຶ່ງສາມາດຄວບຄຸມເພິງໄດ້.

เร่งหาสาเหตุ “ไฟโหมไหม้” ศูนย์การค้าสูง 14 ชั้นในจีน-สลดสังเวยพุ่ง 16 ศพ

ເຫດການນີ້ ເຈົ້າໜ້າທີ່ສາມາດຊ່ວຍຜູ້ປະສົບໄພ ທີ່ຕິດຢູ່ໃນອາຄານ ປະມານ 30 ຄົນ ອອກມາໄດ້ຢ່າງປອດໄພ, ແຕ່ກໍຍັງມີຜູ້ເສຍຊີວິດເຖິງ 16 ຄົນ, ປັດຈຸບັນ ເຈົ້າໜ້າທີ່ກຳລັງເລັ່ງສືບສວນສອບສວນ ຫາສາເຫດທີ່ເຮັດໃຫ້ເກີດເພິງໄໝ້ດັ່ງກ່າວຂຶ້ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...