Homeຂ່າວພາຍ​ໃນພົບສານເຄມີ! ຕາມສາຍນໍ້າຮຸນ ເມືອງງອຍ

ພົບສານເຄມີ! ຕາມສາຍນໍ້າຮຸນ ເມືອງງອຍ

Published on

ວັນທີ 15 ກໍລະກົດ 2024 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງງອຍ ແຂວງຫຼວງພະບາງ ໄດ້ອອກປະກາດແຈ້ງການມາຍັງອົງການປົກຄອງ 5 ບ້ານ ຄື: ບ້ານຫ້ວຍປຸງ, ຫ້ວຍເຫຼັກ, ໜອງອ່ຽນ, ສົບຮຸນ ແລະ ບ້ານໜອງຂຽວ ຊາບວ່າ: ປັດຈຸນີ້ມີກຸ່ມຄົນບໍ່ຫວັງດີຈົງໃຈນຳເອົາສານເຄມີ ໄປຖີ້ມລົງຫ້ວຍຮຸນຢູ່ເຂດຂົວຫ້ວຍຊ່ອງ, ບ້ານຫ້ວຍປຸງ ເປັນຈຳນວນຫຼາຍ ເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມເປັນຕົ້ນແມ່ນ ກະທົບຕໍ່ສັດນໍ້າ ແລະ ອື່ນໆ ຕາຍເປັນຈໍານວນຫຼາຍ.
อาจเป็นรูปภาพของ 1 คน, นกแคสโซแวรี และ นกแร้ง
ສະນັ້ນຂໍໃຫ້ພໍ່ແມ່ປະຊາຊົນຫ້າມຕັກນໍ້າມາບໍລິໂພກ, ຫ້າມລົງອາບນໍ້າ ແລະ ຈັບເອົາປາ ຫຼື ສັດຕາຍທຸກຊະນິດ ຕັ້ງແຕ່ບ້ານຫ້ວຍປຸງລົງມາຮອດບບ້ານສົບຮຸນ, ໜອງຂຽວ ມາປຸງແຕ່ງອາຫານເພື່ອບໍລິໂພກໂດຍເດັດຂາດ ເພາະສານເຄມີດັ່ງກ່າວເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ຂໍໃຫ້ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.ພ້ອມດຽວກັນນີ້ ທາງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງງອຍ ກໍໄດ້ອອກແຈ້ງການມາຍັງພະນັກງານ ທະຫານ, ຕຳຫຼວດ ພໍ່ແມ່ປະຊາຊົນ ພາຍໃນກຸ່ມເທດສະບານ ເມືອງງອຍ ເຊັນກັນ.
ທາງຫ້ອງການທີ່ກ່ຽວຂ້ອງ ຈຶ່ງແຈ້ງມາຍັງທ່ານ, ອົງການຈັດຕັ້ງ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານພາຍໃນກຸ່ມເທດສະບານ ເມືອງງອຍ ຊາບຢ່າງທົ່ວເຖິງກັນ ແລະ ຊ່ວຍກັນແນະນໍາ ໃຫ້ລູກຫຼານ ບໍ່ໃຫ້ຫາປາ ຫຼື ເອົາປາທີ່ຕາຍຢູ່ສາຍນໍ້າຮຸນມາກິນຢ່າງເດັດຂາດ.
ສ່ວນຂໍ້ມູນຜູ້ທີ່ນຳເອົາສາເຄມີໄປຖິ້ມລົງແມ່ນ້ຳໃນຄັ້ງນີ້ ທາງເຈົ້າໜ້າທີ່ຍັງຢູ່ໃນຂັ້ນຕອນການສືບສວນ ແລ້ວຈະແຈ້ງໃຫ້ຊາບຕາມພາຍຫຼັງ.
ຂໍ້ມູນ: ຖວທ ເມືອງງອຍ Luang prabang news

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...